ຕອນເຊົ້າວັນທີ 21 ກັນຍາ, ທີ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມກຸ່ມປະຕິບັດງານລະຫວ່າງຂະແໜງກ່ຽວກັບຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນໂທ ຫງວຽນຈີ໋ວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງການກ່ຽວກັບຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ເປັນປະທານກອງປະຊຸມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ. ພາບ: ຮວ່າງຮ່າ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນຈີ໋ວິ້ງ ຮັບຮູ້, ຕີລາຄາສູງບັນດາຄຳເຫັນປະກອບຂອງບັນດາຜູ້ແທນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍ່ໄດ້ຍົກອອກບາງເນື້ອໃນໜ້າທີ່ຄວນສຸມໃສ່ຜັນຂະຫຍາຍໃນໄລຍະຈະມາເຖິງ, ໃນນັ້ນໄດ້ເນັ້ນໜັກບາງໜ້າທີ່ຈຸດສຸມ ຄື: ບັນດາກະຊວງ, ຂະແໜງການມີພາກສ່ວນເຂົ້າຮ່ວມກຸ່ມປະຕິບັດງານລະຫວ່າງຂະແໜງຄວນສົມທົບກັນຢ່າງແໜ້ນແຟ້ນ ແລະທັນການແນໃສ່ຈັດຕັ້ງປະຕິບັດບັນດາໜ້າທີ່ເຊິ່ງກຸ່ມປະຕິບັດງານໄດ້ມອບໝາຍວຽກໃຫ້ຢ່າງມີປະສິດທິຜົນ. 

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຮວ່າງຮ່າ.

ສືບຕໍ່ຍູ້ແຮງ,  ຮຽກຮ້ອງການສະໜັບສະໜູນ, ການຊ່ວຍເຫຼືອຢ່າງຕັ້ງໜ້າຈາກປະຊາຄົມສາກົນສຳລັບເລື່ອງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ; ກົມຮັກສາສັນຕິພາບ ຕ້ອງສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ, ພິເສດແມ່ນກະຊວງການຕ່າງປະເທດໃນການກໍ່ສ້າງ ແລະຈັດຕັ້ງການປະຕິບັດແຜນການເຄື່ອນທັບເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດໃນຄັ້ງຕໍ່ໄປ, ພ້ອມທັງສ້າງຄວາມສະດວກດີທີ່ສຸດໃຫ້ບັນດາອົງການສຳນັກຂ່າວສານ, ສື່ມວນຊົນຢູ່ພາຍໃນປະເທດ ແລະສາກົນເຂົ້າຮ່ວມການໃຫ້ຂ່າວກ່ຽວກັບເຫດການສຳຄັນນີ້.

ໂດຍ: ສົມເພັດ