ທ່ານພົນຈັດຕະວາ ຟ້າມງັອກທັ໋ງ, ຮອງຫົວໜ້າການເມືອງວິທະຍາຄານເຕັກນິກການທະຫານ ເນັ້ນໜັກວ່າ, ການຢ້ຽມຢາມ ແລະພົບປະແລກປ່ຽນຂອງຄະນະນາຍທະຫານໜຸ່ມບັນດາກຳລັງປະກອບອາວຸດມຽນມາ ຢູ່ຫວຽດນາມ ປະກອບສ່ວນປັບປຸງ, ເພີ່ມທະວີການໂຄສະນາ, ສຶກສາ ແລະຢືນຢັນເຖິງຄວາມຕັດສິນໃຈຂອງນາຍທະຫານໜຸ່ມກອງທັບສອງປະເທດໃນການຮັກສາ ແລະພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະກອງທັບສອງປະເທດ.

leftcenterrightdel
ທ່ານພັນເອກ Tin Zaw Latt ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ ຟ້າມງັອກທັ໋ງ. ພາບ: qdnd.vn.

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຟ້າມງັອກທັ໋ງ ໄດ້ແນະນຳໂດຍສັງເຂບຕໍ່ຄະນະກ່ຽວກັບປະຫວັດແຫ່ງການສ້າງຕັ້ງ ແລະການພັດທະນາຂອງວິທະຍາຄານ. ຕາມນັ້ນແລ້ວ, ວິທະຍາຄານເຕັກນິກການທະຫານ ມີໜ້າທີ່: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຄົ້ນຄ້ວາພັດທະນາ, ຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ ແລະເຊື່ອມໂຍງເຂົ້າກັບສາກົນ. ຄາດໝາຍຂອງວິທະຍາຄານເຕັກນິກການທະຫານແມ່ນບຳລຸງສ້າງຖັນແຖວພະນັກງານເຕັກນິກ, ຜູ້ບັນຊາການຄຸ້ມຄອງເຕັກນິກທີ່ມີຄຸນນະພາບສູງ.

leftcenterrightdel
ຄະນະນາຍທະຫານໜຸ່ມບັນດາກຳລັງປະກອບອາວຸດມຽນມາ ຢ້ຽມຊົມຫໍມູນເຊື້ອວິທະຍາຄານເຕັກນິກການທະຫານ. ພາບ: qdnd.vn.

ສະແດງປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມວິທະຍາຄານເຕັກນິກການທະຫານ, ທ່ານພັນເອກ Tin Zaw Latt ເນັ້ນໜັກວ່າເຕັກນິກການທະຫານສວມບົດບາດສຳຄັນຕໍ່ການພັດທະນາຂອງກອງທັບແຕ່ລະປະເທດ. ທ່ານກໍ່ສະແດງຄວາມປະທັບໃຈ ແລະນິຍົມນັບຖືຕໍ່ບັນດາບາດກ້າວພັດທະນາກະໂດດຂັ້ນຂອງກອງທັບປະຊາຊົນຫວຽດນາມ. ທ່ານພັນເອກ Tin Zaw Latt ຖືວ່າ, ການຢ້ຽມຢາມ ແລະພົບປະແລກປ່ຽນຂອງຄະນະນາຍທະຫານໜຸ່ມບັນດາກຳລັງປະກອບອາວຸດມຽນມາ ຢູ່ຫວຽດນາມ ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງກອງທັບສອງປະເທດເລິກເຊິ່ງກວ່າອີກ.

leftcenterrightdel
ຄະນະນາຍທະຫານໜຸ່ມບັນດາກຳລັງປະກອບອາວຸດມຽນມາ ຖ່າຍຮູບກັບພະນັກງານ, ຄູອາຈານ, ນັກສໍາມະນາກອນ, ນັກສຶກສາວິທະຍາຄານເຕັກນິກການທະຫານ. ພາບ: qdnd.vn.

ໃນຂອບເຂດການຢ້ຽມຢາມ, ຄະນະນາຍທະຫານໜຸ່ມບັນດາກຳລັງປະກອບອາວຸດມຽນມາ ໄດ້ຢ້ຽມຊົມຫໍມູນເຊື້ອ, ແຂ່ງຂັນບານເຕະ ແລະບານສົ່ງມິດຕະພາບກັບພະນັກງານ, ຄູອາຈານໜຸ່ມ, ນັກສໍາມະນາກອນ, ນັກສຶກສາວິທະຍາຄານເຕັກນິກການທະຫານ.

ໂດຍ: ທູຮັ່ງ