ໃນໄລຍະຜ່ານມາ, ກົມອົບຮົມໄດ້ມີການປ່ຽນແປງດ້ານຮູບການ, ວິທີການຈັດຕັ້ງຂະບວນການແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະ, ຕິດແທດກັບໜ້າທີ່ການເມືອງ, ສ້າງກໍາລັງໜູນຊຸກຍູ້ອົງການ, ກົມກອງປະຕິບັດບັນດາໜ້າທີ່ໄດ້ຢ່າງມີໄຊ. ກົມອົບຮົມໄດ້ເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ໄດ້ຊີ້ນໍາ, ນໍາພາ, ຜັນຂະຫຍາຍການປະຕິບັດມະຕິເລກທີ 765-NQ/QUTW ຂອງຄະນະພັກການທະຫານສູນກາງກ່ຽວກັບການ “ຍົກສູງຄຸນນະພາບການຝຶກແອບໄລຍະ 2013-2020 ແລະຊຸມປີຕໍ່ໄປ” ຢ່າງມີປະສິດທິຜົນ.

ໃນໄລຍະຈະມາເຖິງ, ກົມອົບຮົມຈະຍູ້ແຮງການແຂ່ງຂັນ, ສຸມໃສ່ກໍ່ສ້າງ, ຍົກສູງສະຕິຄວາມຮັບຜິດຊອບໃຫ້ແກ່ພະນັກງານ, ນັກຮົບ, ພາລະກອນ; ຈັດຕັ້ງການປຸກລະດົມບັນດາຂະບວນການແຂ່ງຂັນ, ລະດົມກໍາລັງໃຈພະນັກງານ, ນັກຮົບ, ພາລະກອນປະຕິບັດໜ້າທີ່ຢ່າງທັນການ. ກົມອົບຮົມຈະເປັນເຈົ້າການເພີ່ມເຕີ່ມ, ສ້າງ ແລະຈັດຕັ້ງການຝຶກແອບບັນດາວິທີການຕ່າງໆໃຫ້ສົມບູນແບບ, ຮັກສາລະບອບປະຈໍາການ, ການເວນຍາມຢ່າງເຂັ້ມງວດ; ເອົາໃຈໃສ່ເບິ່ງແຍງດູແລກໍ່ສ້າງບັນດາອົງການຈັດຕັ້ງມະຫາຊົນໃຫ້ເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນເສີມຂະຫຍາຍບົດບາດຕະລຸມບອນຂອງຄະນະຊາວໜຸ່ມໃນການປະຕິບັດບັນດາໜ້າທີ່ຢ່າງມີໄຊ.

ໂດຍ: ໄຊຊະນະ