leftcenterrightdel
 
leftcenterrightdel
ພິທີໄຂສົກຮຽນໃໝ່ 2018-2019 ທີ່ສະຖາບັນການເມືອງ. ພາບ: qdnd.vn.
leftcenterrightdel
ນັກສໍາມະນາກອນກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກໍາປູເຈຍ ພວມຮໍ່າຮຽນຢູ່ສະຖາບັນການເມືອງ. ພາບ: qdnd.vn.

ທີ່ພິທີ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງວ່າ, ໃນສົກຮຽນ 2018-2019, ພະນັກງານ, ຄູອາຈານ, ພາລະກອນ, ນັກຮົບຂອງສະຖານບັນຄວນສືບຕໍ່ຫັນຍຸດທະສາດພັດທະນາການສຶກສາ, ບໍາລຸງສ້າງຂອງກະຊວງເປັນລະອຽດຕິດພັນກັບຈຸດພິເສດ, ສະພາບການ, ໜ້າທີ່ຂອງສະຖາບັນ, ຮັບປະກັນມີລັກສະນະເປັນໄປໄດ້ສູງ; ຍູ້ແຮງການຄົ້ນຄວ້າວິທະຍາສາດ. ທີ່ພິທີໄຂສົກຮຽນ, ສະຖາບັນການເມືອງກໍ່ໄດ້ປຸກລະດົມຂະບວນການແຂ່ງຂັນເດັດຂາດມີໄຊສົກຮຽນ 2018-2019 ດ້ວຍຫົວຂໍ້ “ສາມັກຄີ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງ, ເດັດຂາດມີໄຊ”.

leftcenterrightdel
ບັນຍາກາດທີ່ພິທີໄຂສົກຮຽນທີ່ມະຫາວິທະຍາໄລ ເຈິ່ນດ້າຍເຫງ້ຍ. ພາບ: qdnd.vn.

ຕອນເຊົ້າວັນທີ 14 ກັນຍາ, ໂຮງຮຽນນາຍທະຫານເຕັກນິກການທະຫານ (ມະຫາວິທະຍາໄລ ເຈິ່ນດ້າຍເຫງ້ຍ) ສັງກັດກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີໄຂສົກຮຽນໃໝ່ 2018-2019. ສົກຮຽນຜ່ານມາ, ໂຮງຮຽນໄດ້ບໍາລຸງສ້າງໃຫ້ຫຼາຍເປົ້າໝາຍດ້ວຍນັກສໍາມະນາກອນ, ນັກຮຽນກວ່າ 2.000 ຄົນ, ໃນນັ້ນມີບັນດານັກສໍາມະນາກອນຂອງກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກໍາປູເຈຍ. ໃນສົກຮຽນໃໝ່, ໂຮງຮຽນໄດ້ກໍານົດສືບຕໍ່ຍົກສູງຄຸນນະພາບການສຶກສາບໍາລຸງສ້າງ; ເອົາໃຈໃສ່ເປັນພິເສດເຖິງວຽກງານສຶກສາອົບຮົມດ້ານການເມືອງ, ແນວຄິດ; ສຸມໃສ່ກວດກາຄືນ, ປັບປຸງຫຼັກສູດບໍາລຸງສ້າງຕອບສະໜອງຕາມມາດຕະຖານສົ້ນອອກຂອງການຮຽນຊັ້ນຕ່າງໆ; ເປັນເຈົ້າການໃນການປ່ຽນແປງໃໝ່ວິທີການສິດສອນ; ຍົກສູງຄຸນນະພາບການຮຽບຮຽງ; ຮັກສາກົດລະບຽບຄຸ້ມຄອງນັກສໍາມະນາກອນຢ່າງເຂັ້ມງວດ; ຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດ...

ໂດຍ: ທູຈາງ