ນີ້ແມ່ນເຫດການເປັນຂີດໝາຍບາດກ້າວພັດທະນາໃໝ່ຂອງຫວຽດນາມ ໃນວິວັດການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນເກືອບ 5 ປີຜ່ານມາ, ໄດ້ຢັ້ງຢືນເຖິງການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນພາລະກຳລວມສ້າງສັນສັນຕິພາບຂອງປະຊາຄົມສາກົນ. ຜ່ານນັ້ນປະກອບສ່ວນສ້າງຄວາມປະທັບໃຈອັນດີງາມຕໍ່ເພື່ອນມິດສາກົນກ່ຽວກັບພາບພົດປະເທດຊາດ ແລະກອງທັບປະຊາຊົນຫວຽດນາມ...

ດ້ວຍການຈັດສົ່ງນາຍທະຫານ 27 ຄົນໄປຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ ສ.ອາຟະລິກາກາງ ແລະຊູດັງໃຕ້ ນັບແຕ່ເດືອນ ພຶດສະພາ 2014 ມາຮອດປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມ ແລະປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ບັນດານາຍທະຫານຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ເຊິ່ງສະຫະປະຊາຊາດມອບໝາຍໃຫ້ເປັນຢ່າງດີ, ໄດ້ຮັບການຕີລາຄາສູງກ່ຽວກັບຄວາມຮູ້ດ້ານວິຊາສະເພາະ, ກໍາລັງຄວາມສາມາດຈັດຕັ້ງການເຮັດວຽກເອກະລາດ ແລະເປັນກຸ່ມຈາກບັນດາການນຳ ກໍ່ຄືຜູ້ບັນຊາການບັນດາປະເທດ ແລະມີການພົວພັນທີ່ດີກັບປະຊາຊົນທ້ອງຖິ່ນ.

ບໍ່ພຽງແຕ່ເຂົ້າຮ່ວມຢູ່ໃນຮູບການແບບບຸກຄົນເທົ່ານັ້ນ, ຫວຽດນາມ ຍັງຕັດສິນໃຈຜັນຂະຫຍາຍພາຍໃຕ້ຮູບການແບບກົມກອງນັ້ນແມ່ນໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດອີກດ້ວຍ.

leftcenterrightdel
ນາຍທະຫານກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ສ.ອາຟະລິກາກາງ. ພາບ: vnpkc.gov.vn.

ຫວຽດນາມ ກໍ່ຈະສືບຕໍ່ກະກຽມຢ່າງຕັ້ງໜ້າເພື່ອຈັດສົ່ງກົມກອງຊ່າງແສງພ້ອມດ້ວຍບາງກົມກອງອື່ນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນປີ 2019 ແລະຊຸມປີຕໍ່ໄປ. ຄາດຄະເນວ່າໃນໄລຍະຈະມາເຖິງ, ຫວຽດນາມ ຈະຄົ້ນຄວ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ບໍລິເວນໃໝ່ນັ້ນແມ່ນປະເທດ ມາລີ.

ພິເສດ, ຫວ່າງແລ້ວນີ້, ຫວຽດນາມ ໄດ້ຮັບການຄັດເລືອກຈາກສະຫະປະຊາຊາດເປັນສະຖານທີ່ຝຶກແອບການຮັກສາສັນຕິພາບຂອງສະຫະປະຊາຊາດພ້ອມກັບປະເທດຕ່າງໆໃນພາກພື້ນອາຊຽນ. ຕາມນັ້ນແລ້ວ, ທຸກການເຄື່ອນໄຫວຝຶກແອບໃຫ້ບັນດາກໍາລັງຮັກສາສັນຕິພາບສະຫະປະຊາຊາດ ຢູ່ຫວຽດນາມ ຈະປະຕິບັດຕາມມາດຕະຖານສາກົນ, ຜ່ານນັ້ນຢັ້ງຢືນເຖິງລະດັບຄວາມຮູ້ ແລະກໍາລັງຄວາມສາມາດດ້ານວິຊາສະເພາະ, ວິຊາອາຊີບກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດຂອງຫວຽດນາມ.

ເລື່ອງຫວຽດນາມ ໄດ້ເລືອກເປັນສະຖານທີ່ຝຶກແອບຂອງກໍາລັງຮັກສາສັນຕິພາບສະຫະປະຊາຊາດຢູ່ອາຊີຕາເວັນອອກສ່ຽງໃຕ້ແມ່ນການຮັບຮູ້ ແລະຕີລາຄາສູງຂອງສະຫະປະຊາຊາດສໍາລັບບັນດາຄໍາໝັ້ນສັນຍາ ແລະໝາກຜົນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຂອງຫວຽດນາມ ໃນຕະຫຼອດໄລຍະທີ່ຜ່ານມາ.

ເລື່ອງຫວຽດນາມ ນັບມື້ນັບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢ່າງຕັ້ງໜ້າ ແລະມີປະສິດທິຜົນໄດ້ປະກອບສ່ວນຢືນຢັນບັນດາຄວາມມານະພະຍາຍາມປະຕິບັດໜ້າທີ່ສາກົນຂອງຫວຽດນາມ, ຜ່ານນັ້ນຢັ້ງຢືນໄດ້ວ່າຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອົງການຈັດຕັ້ງສາກົນຫຼາຍຝ່າຍໃຫຍ່ທີ່ສຸດຢູ່ໃນໂລກກໍ່ຄືປະຊາຄົມສາກົນ.

ແຜນຮ່າງ “ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໄລຍະ 2014-2020 ແລະຊຸມປີຕໍ່ໄປ” ໄດ້ສ້າງຂຶ້ນໃນປີ 2013 ຕາມການຊີ້ນໍາຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ບົນຈິດໃຈປະຕິບັດມະຕິຂອງພັກ, ໄດ້ຮັບການຊາບຊຶມຢ່າງເລິກເຊິ່ງ.

ເຖິງຢ່າງໃດກໍ່ຕາມ, ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດແມ່ນຂົງເຂດໃໝ່ສໍາລັບຫວຽດນາມ, ສະນັ້ນໄປຄຽງຄູ່ກັບບັນດາຄວາມສະດວກສະບາຍກໍ່ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ.

ປະຈຸບັນ, ໜຶ່ງໃນບັນດາເນື້ອໃນສໍາຄັນຂອງແຜນຮ່າງ “ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໄລຍະ 2014-2020 ແລະຊຸມປີຕໍ່ໄປ” ແມ່ນການປັບປຸງກົນໄກ, ນະໂຍບາຍ, ພື້ນຖານນິຕິກໍາໃຫ້ສົມບູນແບບແກ່ກໍາລັງກອງທັບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຕ່າງປະເທດ, ພວມໄດ້ຊຸກຍູ້ຢ່າງຕັ້ງໜ້າ.

ໃນເງື່ອນໄຂຍັງຈໍາກັດຢູ່, ບັດດາໝາກຜົນຢ່າງຕັ້ງໜ້າພ້ອມກັບຄວາມຮັບຮູ້, ການຕີລາຄາສູງຂອງສະຫະປະຊາຊາດສໍາລັບການເຂົ້າຮ່ວມຂອງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດແມ່ນໜ້າສົ່ງເສີມທີ່ສຸດ. ບັນດາຜົນສໍາເລັດເບື້ອງຕົ້ນນັ້ນໄດ້ປະກອບສ່ວນຢັ້ງຢືນຄວາມຕັດສິນໃຈຂອງຫວຽດນາມເມື່ອເຂົ້າຮ່ວມໃນພາລະກໍານີ້ແມ່ນຖືກຕ້ອງທີ່ສຸດ. ນີ້ແມ່ນພະຍານຫຼັກຖານຢ່າງລະອຽດ ແລະມີຊີວິດຊີວາສະແດງໃຫ້ເຫັນຖານະບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນໃນການແກ້ໄຂບັນດາບັນຫາສາກົນ. ສິ່ງດັ່ງກ່າວຍັງປະກອບສ່ວນຢືນຢັນລະດັບການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າອີກ, ລວມມີຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດສ້າງສາ ແລະປົກປັກຮັກສາປະເທດຊາດໄດ້ຢ່າງມີໄຊ.

 

ໂດຍ: ຫງວຽນກຸກ