ຕາງໜ້າໃຫ້ການນໍາພັກ, ລັດ, ທ່ານ ເຈີ່ນກວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາ ໄດ້ປະດັບຫຼຽນກາອາຍຸພັກ 50 ປີໃຫ້ທ່ານພົນເອກ ຟຸ່ງກວາງແທງ ແລະປະດັບຫຼຽນກາອາຍຸພັກ 45 ປີໃຫ້ທ່ານພົນເອກ ໂງຊວນລິກ.

leftcenterrightdel
ທ່ານ ເຈີ່ນກວກເວື້ອງ ປະດັບຫຼຽນກາອາຍຸພັກ 50 ປີໃຫ້ທ່ານພົນເອກ ຟຸ່ງກວາງແທງ. ພາບ: ມິງເຈື່ອງ.
leftcenterrightdel
ທ່ານ ເຈີ່ນກວກເວື້ອງ ປະດັບຫຼຽນກາອາຍຸພັກ 45 ປີໃຫ້ທ່ານພົນເອກ ໂງຊວນລິກ. ພາບ: ມິງເຈື່ອງ.

ທ່ານ ເຈີ່ນກວກເວື້ອງ ຢືນຢັນວ່າ: ສະຫາຍ ໂງຊວນລິກ ແລະສະຫາຍ ຟຸ່ງກວາງແທງ ແມ່ນບັນດາພະນັກງານດີເດັ່ນ, ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະການພັດທະນາ, ເຕີບໂຕຂອງກອງທັບ.

leftcenterrightdel
ທ່ານ ເຈີ່ນກວກເວື້ອງ ພ້ອມດ້ວຍບັນດາການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ແລະກົມໃຫຍ່ການເມືອງ ມອບຊໍ່ດອກໄມ້ອວຍພອນທ່ານພົນເອກ ຟຸ່ງກວາງແທງ ແລະທ່ານພົນເອກ ໂງຊວນລິກ. ພາບ: ມິງເຈື່ອງ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ຟຸ່ງກວາງແທງ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະຄວາມເຊື່ອໝັ້້ນຢ່າງເດັດຂາດຕໍ່ພັກອັນສະຫງ່າອົງອາດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ເອົາໃຈໃສ່ເປັນປະຈຳ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງສະຫາຍພັດທະນາ, ເຕີບໃຫຍ່; ສະແດງຄວາມຂອບໃຈຕໍ່ບັນດາການນໍາພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ພະນັກງານ, ນັກຮົບທົ່ວກອງທັບລຸ້ນຕ່າງໆ ແລະປະຊາຊົນທົ່ວປະເທດໄດ້ຊ່ວຍເຫຼືອໃນວິວັດການຕໍ່ສູ້, ປະຕິບັດງານ, ມີເງື່ອນໄຂຝຶກຝົນຫຼໍ່ຫຼອມ, ສູ້ຊົນ, ອຸທິດກຳລັງເຫື່ອແຮງພູມປັນຍາໃຫ້ພາລະກິດປະຕິວັດຂອງພັກ, ຂອງກອງທັບ.

 

ໂດຍ: ທູຈາງ