ໃນໄລຍະຜ່ານມາ, ທົ່ວກອງທັບໄດ້ຕັ້ງໜ້າສຸມໃສ່ປະຕິບັດໜ້າທີ່ການຝຶກແອບ, ກຽມພ້ອມສູ້ຮົບເປັນຢ່າງດີ, ຮັບປະກັນລະບອບເວນຍາມປະຈໍາການເປັນຢ່າງດີ, ກໍາແໜ້ນສະພາບທາງອາກາດ, ທາງບົກ, ທາງທະເລ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ. ບັນດາກົມກອງໄດ້ຈັດຕັ້ງການຊ້ອມຮົບລະດັບຍຸດທະວິທີຮັບປະກັນຄຸນນະພາບ, ບັນລຸຈຸດປະສົງ, ຄວາມຮຽກຮ້ອງທີ່ໄດ້ວາງອອກ ແລະຮັບປະກັນຄວາມປອດໄພ. ສຳລັບວຽກງານຄຸ້ມຄອງ, ປະຕິບັດລະບຽບວິໄນ, ສ້າງລະບຽບແບບແຜນສືບຕໍ່ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະຕິບັດວຽກງານເປັນເສນາທິການໃຫ້ພັກ, ລັດແກ້ໄຂບັນດາກໍລະນີເກີດຂຶ້ນເປັນຢ່າງດີ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຮັບໃຊ້ການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ...

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫຼຸບກອງປະຊຸມ, ທ່ານພົນເອກ ໂງຊວນລິກ ຊີ້ແຈ້ງວ່າ: ໃນເດືອນ ກັນຍາ 2018, ບັນດາກົມກອງໃນທົ່ວກອງທັບຄວນສືບຕໍ່ສຸມໃສ່ປະຕິບັດໜ້າທີ່ການຝຶກແອບ, ກຽມພ້ອມສູ້ຮົບເປັນຢ່າງດີ. ຈັດຕັ້ງວຽກງານປະເມີນຜົນ ແລະຖອດຖອນບົດຮຽນພາຍຫຼັງ 5 ປີີແຫ່ງການປະຕິບັດມະຕິເລກທີ 765-NQ/QUTW ຂອງຄະນະພັກການທະຫານສູນກາງກ່ຽວກັບການປ່ຽນແປງໃໝ່ວຽກງານຝືກແອບໄລຍະ 2013-2020 ແລະຊຸມປີຕໍ່ໄປເປັນຢ່າງດີ, ຖອດຖອນບັນດາບົດຮຽນທີ່ແທດຈິງ. ປະຕິບັດວຽກງານຂົນຂວາຍປະຊາຊົນ, ສະໜິດຕິດພັນກັບບໍລິເວນ, ກໍາແໜ້ນສະພາບການ, ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຢ່າງທັນການ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ຂັ້ນຮາກຖານ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ...

 

ໂດຍ: ເກື່ອງດັ້ງ