ຄາດວ່າ, ລາຍການພົບປະແລກປ່ຽນ “ຊາຍແດນເຕັມໄປດ້ວຍນໍ້າໃຈມິດຕະພາບ” ຄັ້ງທີ 3 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ສິງຫາ 2018 ນີ້, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນທີ່ຕາງໜ້າໃຫ້ແກ່ກໍາລັງປ້ອງກັນຊາຍແດນ 6 ປະເທດ: ຫວຽດນາມ, ຈີນ, ລາວ, ກໍາປູເຈຍ, ໄທ ແລະມຽນມາ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ກ່າວຄໍາເຫັນສະຫຼຸບກອງປະຊຸມ. ວັນຮ໋ຽວ.

ສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນຈ້ອງເຫງຍ ເນັ້ນໜັກວ່າ, ລາຍການພົບປະແລກປ່ຽນ “ຊາຍແດນເຕັມໄປດ້ວຍນໍ້າໃຈມິດຕະພາບ” ຄັ້ງທີ 3 ແມ່ນແນໃສ່ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະລະຫວ່າງບັນດາປະເທດທີ່ມີແມ່ນໍ້າຂອງສາຍດຽວກັນ; ພ້ອມທັງຊ່ວຍໃຫ້ປະຊາຊົນ, ພະນັກງານ, ນັກຮົບຍົກສູງຄວາມເຂົ້າໃຈກ່ຽວກັບແນວທາງພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງພັກ, ລັດ ແລະກອງທັບຫວຽດນາມ ໃນໄລຍະປ່ຽນແປງໃໝ່.

ໂດຍ: ຮວ່າງເຈື່ອງ