ປະຊາຊົນນັບພັນຄອບຄົວຖືກນ້ໍາຖ້ວມຕົກຢູ່ໂດດດ່ຽວ; ທີ່ດິນປູກເຂົ້າ, ພືດພັນທັນຍາຫານ, ຕົ້ນໄມ້ນັບຮ້ອຍເຮັກຕາພ້ອມກັບສັດລ້ຽງໃນຄອບຄົວ, ສິນໃນນ້ຳຂອງພໍ່ແມ່ປະຊາຊົນຖືກເສຍຫາຍຈົນໝົດກ້ຽງ... ສົ່ງຜົນສະທ້ອນເຖິງການດໍາລົງຊີວິດຂອງ ປະຊາຊົນ.

leftcenterrightdel
ບັນດານັກຮົບທະຫານລາດຕາແສງນາມເຟືອງຕ໋ຽນ ເຮັດອະນາໄມໂຮງຮຽນອານຸບານຂອງຕາແສງ. ພາບ: qdnd.vn.
leftcenterrightdel
ນັກຮົບກອງພົນ 301, ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ຊ່ວຍປະຊາຊົນບ້ານຕ໋ຽນຕຽນ, ຕາແສງເຕິນຕ໋ຽນ ເຮັດອະນາໄມທາງຄົມມະນາຄົມ. ພາບ: qdnd.vn.
leftcenterrightdel
ເສນາຮັກກອງພັນໃຫຍ່ 692, ກອງພົນ 301, ກອງບັນຊາການນະຄອນຫຼວງຮ່າໂນ້ຍ ຊີດຢາຂ້າເຊື້ອໂລກຢູ່ບ້ານເຍິນຫຼີ໋, ຕາແສງນາມເຟືອງຕ໋ຽນ, ເມືອງເຈືອງມີ໊. ພາບ: qdnd.vn.
leftcenterrightdel
ທະຫານເຮັດອະນາໄມເກັບມ້ຽນຂີ້ເຫຍື້ອໃນບໍລິເວນຕາແສງນາມເຟືອງຕ໋ຽນ. ພາບ: qdnd.vn.
leftcenterrightdel
ພະນັກງານ, ນັກຮົບໂຮງຮຽນນາຍທະຫານພິເສດ ເຂົ້າຮ່ວມການປ້ານຄັນຄູຕ້ານນໍ້າຖ້ວມ. ພາບ: qdnd.vn.

ຕໍ່ໜ້າສະພາບການນັ້ນ, ພະນັກງານ, ນັກຮົບນັບພັນຄົນສັງກັດກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ພ້ອມກັບບັນດາກົມກອງກໍາລັງປະກອບອາວຸດທີ່ຕັ້ງທັບໃນບໍລິເວນຄື: ໂຮງຮຽນນາຍທະຫານພິເສດ ແລະທະຫານລາດ ເມືອງເຈືອງມີ໊ ໄດ້ຕັ້ງໜ້າເສີມສ້າງລະບົບຄັນຄູຕື່ມອີກ, ເຄື່ອນຍ້າຍຊັບສິນ, ຊ່ວຍເຫຼືອປະຊາຊົນ. ພາຍຫຼັງນໍ້າຫຼຸດລົງ, ບັນດາກົມກອງກອງທັບໄດ້ໄປຊ່ວຍປະຊາຊົນເຮັດອະນາໄມສິ່ງແວດລ້ອມ, ເຮັດອະນາໄມບ້ານເຮືອນ... ບັນດາວຽກງານຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດນະຄອນຫຼວງໄດ້ປະກອບສ່ວນສ້າງຮູບພາບສວຍງາມຂອງທະຫານລຸງໂຮ່ຕື່ມອີກ.

 

ໂດຍ: ເຈິ່ນຮວ່ຽນ