ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມງອັກມີງ ຕີລາຄາສູງການຮ່ວມມືລະຫວ່າງສອງກອງທັບຫວຽດນາມ - ໄທ ເວົ້າລວມ, ທະຫານເຮືອສອງປະເທດເວົ້າສະເພາະໃນຊຸມປີຜ່ານມາຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຂັ້ນຕ່າງໆ, ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ... ທ່ານພົນໂທ ຟ້າມງອັກມີງ ກໍ່ຕີລາຄາສູງການເຮັດວຽກລະຫວ່າງກົມອຸທົກກະສາດທະຫານເຮືອກອງທັບລາດຊະວົງໄທ ແລະຫ້ອງການຄະນະກໍາມະການອຸທົກກະສາດຫວຽດນາມ; ປາດຖະໜາວ່າສອງຝ່າຍມານະພະຍາຍາມຊອກຫາຄວາມສາມາດການຮ່ວມມື, ເຫັນດີເປັນເອກະພາບ ແລະກ້າວໄປເຖິງການລົງນາມໃນຂໍ້ຕົກລົງຮ່ວມມືດ້ານອຸທົກກະສາດລະຫວ່າງທະຫານເຮືອສອງປະເທດໂດຍໄວ.

leftcenterrightdel
ທ່ານພົນໂທ ຟ້າມງອັກມີງ ຕ້ອນຮັບທ່ານພົນໂທ Winai Maneeprag. ພາບ: ເຟືອງລີງ.
leftcenterrightdel
ທ່ານພົນໂທ ຟ້າມງອັກມີງ ຖ່າຍຮູບກັບຄະນະກົມອຸທົກກະສາດທະຫານເຮືອກອງທັບລາດຊະວົງໄທ. ພາບ: ເຟືອງລີງ.

ທ່ານພົນໂທ Winai Maneeprag ສະແດງຄວາມຂອບອົກຂອບໃຈທ່ານ ພົນໂທ ຟ້າມງອັກມີງ ໄດ້ຕ້ອນຮັບຄະນະ, ທ່ານພົນໂທ Winai Maneeprag ຕີລາຄາສູງຂະແໜງອຸທົກກະສາດຫວຽດນາມ ແລະສະແດງຄວາມເຫັນດີເຫັນພ້ອມສະໜັບສະໜູນຫວຽດນາມ ເຂົ້າຮ່ວມຄະນະກໍາມະການອຸທົກກະສາດອາຊີ (EAHC).

ໂດຍ: ຫງວຽນກຸກ