ຕາງໜ້າການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໋ວິ້ງ ອວຍພອນບັນດາທ່ານທູດ, ຫົວໜ້າສະຖານກົງສູນໃຫຍ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ຈາກ ພັກ, ລັດ, ພ້ອມທັງແລກປ່ຽນບາງຈຸດກ່ຽວກັບສະພາບການພົວພັນຕ່າງປະເທດດ້ານປ້ອງກັນຊາດ ເພື່ອແນໃສ່ຊ່ວຍໃຫ້ບັນດາທ່ານທູດ ແລະຫົວໜ້າສະຖານກົງສູນໃຫຍ່ ອາຍຸການ 2018-2021 ເຂົ້າໃຈແຈ້ງກວ່າກ່ຽວກັບວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຫວຽດເກື່ອງ.

ທ່ານພົນໂທ ຫງວຽນຈີ໋ວິ້ງ ຢືນຢັນວ່າ, ໃນຊຸມປີຜ່ານມາ, ດ້ວຍການສົມທົບກັນຢ່າງແໜ້ນແຟ້ນ, ເຫັນດີເປັນເອກະພາບລະຫວ່າງກະຊວງການຕ່າງປະເທດ ແລະກະຊວງປ້ອງກັນປະເທດ, ພິເສດແມ່ນການໜູນຊ່ວຍ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງຖັນແຖວພະນັກງານສະຖານທູດ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາຕ່າງປະເທດ, ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ຈຶ່ງໄດ້ຮັບການຜັນຂະຫຍາຍຕາມແຜນການ ແລະບັນລຸປະສິດທິຜົນຢ່າງແທດຈິງ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາຜູ້ແທນ. ພາບ: ຫວຽດເກື່ອງ.

ຕາງໜ້າບັນດາທ່ານທູດ, ຫົວໜ້າສະຖານກົງສູນໃຫຍ່ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ, ທ່ານ ຫວູຮົ່ງນາມ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ຍີ່ປຸ່ນ ທັງຮັບຜິດຊອບໜ້າທີ່ ຢູ່ ສາທາລະນະລັດ ໝູ່ເກາະ Marshall, ຢືນຢັນວ່າຈະສົມທົບກັບກະຊວງປ້ອງກັນປະເທດຢ່າງແໜ້ນແຟ້ນເພື່ອຊຸກຍູ້ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດກວ່າອີກໃນໄລຍະຈະມາເຖິງ.

 

ແປໂດຍ: ຮວ່າງເຈື່ອງ