ນີ້ແມ່ນເທື່ອທໍາອິດທີ່ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີເປີດງານມະຫາກໍາກິລາການທະຫານສາກົນໂດຍກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຈັດຕັ້ງ. ເປົ້າໝາຍຂອງການເຂົ້າຮ່ວມແມ່ນເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ແລະສະຫະພັນລັດເຊຍ ຂອງກະຊວງປ້ອງກັນປະເທດສອງປະເທດໃນເດືອນມັງກອນ 2018 ແລະເດືອນ ເມສາ 2018, ປະກອບສ່ວນເພີ່ມທະວີສາຍພົວພັນດ້ານປ້ອງກັນຊາດ, ປະກອບສ່ວນໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຖ່າຍຮູບເປັນທີ່ລະນຶກກັບພະນັກງານ, ນັກຮົບບັນດາທີມແຂ່ງຂັນຂອງຄະນະຫວຽດນາມ ທີ່ເຂົ້ົ້າຮ່ວມງານມະຫາກໍາກິລາ. ພາບ: ເຢືອງຈິ.

ງານມະຫາກໍາກິລາການທະຫານສາກົນຄັ້ງທີ 4 ປີ 2018 ມີ 181 ທີມທີ່ມາຈາກ 32 ປະເທດເຂົ້າຮ່ວມ. ນີ້ແມ່ນຄັ້ງທໍາອິດກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານມະຫາກໍາກິລາດັ່ງກ່າວ.

ພາຍຫຼັງພິທີເປີດ, ທ່ານພົນໂທ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງການທະຫານກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ, ລະດົມກຳລັງໃຈແຂ່ງຂັນຂອງບັນດາທີມໃນຄະນະຫວຽດນາມ.  ທ່ານພົນໂທ ຟານວັນຢາງ ໄດ້ໃສ່ໃຈວ່າບັນດານັກກິລາເຂົ້າຮ່ວມການແຂ່ງຂັນຕ້ອງໝັ້ນໃຈ, ກໍາແໜ້ນ ແລະປະຕິບັດບັນດາລາຍການແຂ່ງຂັນກິລາເປັນຢ່າງດີ, ໃນການແຂ່ງຂັນຕ້ອງສະໜິດຕິດພັນ, ພົບປະແລກປ່ຽນ, ຮໍ່າຮຽນ, ສ້າງສາຍພົວພັນສາມັກຄີ, ມິດຕະພາບກັບບັນດາທີມຂອງປະເທດເພື່ອນມິດ.

 

ແປໂດຍ: ເກື່ອງດັ້ງ