ທ່ານພົນໂທ ຟ້າມງັອກມິງ ຕີລາຄາການພົວພັນດ້ານປ້ອງກັນຊາດຫວຽດນາມ-ອິນເດຍ ໃນໄລຍະຜ່ານມານັບມື້ນັບເຂົ້າສູ່ລວງເລິກ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ ແລະກອງທັບສອງປະເທດ, ໃນນັ້ນການຮ່ວມມືດ້ານທະຫານເຮືອບັນລຸໄດ້ບັນດາໝາກຜົນດີງາມຫຼາຍຢ່າງ, ນໍາມາເຊິ່ງປະສິດທິຜົນທີ່ແທດຈິງໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະ; ການກໍ່ສ້າງ, ພັດທະນາກໍາລັງ; ການແລກປ່ຽນຂໍ້ມູນຂ່າວສານ, ເຕັກນິກ. ທ່ານພົນໂທ ຟ້າມງັອກມິງ ຢືນຢັນວ່າ, ການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ກໍາລັງທະຫານເຮືອສອງປະເທດຍູ້ແຮງການຮ່ວມມື.

leftcenterrightdel
ທ່ານພົນໂທ ຟ້າມງັອກມິງ ຕ້ອນຮັບທ່ານພົນເຮືອໂທ  Gurtej Singh Pabby. ພາບ: ຮວ່າງຫວູ.

ສ່ວນທ່ານ Gurtej Singh Pabby ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນຮ່ວມມືລະຫວ່າງກໍາລັງທະຫານເຮືອອິນເດຍ ແລະຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງຫວັງວ່າສາຍພົວພັນນີ້ຈະນັບມື້ນັບເຂົ້າສູ່ລວງເລິກ. ທ່ານ Gurtej Singh Pabby ຢືນຢັນວ່າ, ໃນຄວາມສາມາດຂອງຕົນ, ທະຫານເຮືອອິນເດຍ ຍາມໃດກໍ່ປາດຖະໜາ ແລະພ້ອມແລ້ວທີ່ຈະໜູນຊ່ວຍທະຫານເຮືອຫວຽດນາມ ໃຫ້ນັບມື້ນັບພັດທະນາ.

 

ແປໂດຍ: ຮວ່າງເຈື່ອງ