ຢູ່ທີ່ນີ້, ຄະນະທູດທະຫານບັນດາປະເທດໄດ້ຊອກຮູ້ກ່ຽວກັບວິວັດການສ້າງຕັ້ງ, ພັດທະນາຂອງກົມຮັກສາສັນຕິພາບຫວຽດນາມ ກໍ່ຄື ການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໃນຊຸມປີມໍ່ໆມານີ້. ເນື່ອງໃນໂອກາດນີ້, ຜູ້ຕາງໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ ຫວຽດນາມ ແລະໂຄງການພັດທະນາ ສະຫະປະຊາຊາດ  (UNDP) ຈະເປັນປະທານຮ່ວມຈັດຕັ້ງກອງປະຊຸມສາກົນເພື່ອແນໃສ່ຍົກສູງກໍາລັງຄວາມສາມາດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໃຫ້ຫວຽດນາມ ເຊິ່ງຄາດຄະເນວ່າຈະດຳເນີນໃນຕົ້ນເດືອນ ກັນຍາ 2018.

leftcenterrightdel
ຄະນະທູດທະຫານບັນດາປະເທດພ້ອມກັບພະນັກງານ, ນາຍທະຫານ ກົມຮັກສາສັນຕິພາບຫວຽດນາມ. ພາບ: ເຈົາແອງ.

ຕາງໜ້າຄະນະທູດທະຫານບັນດາປະເທດ ປະຈໍາ ຫວຽດນາມ, ທ່ານພັນເອກ  Mpiwa Kgotso Abiel, ທູດປ້ອງກັນຊາດອາຟະລິກາໃຕ້ ໄດ້ອວຍພອນກົມຮັກສາສັນຕິພາບຫວຽດນາມ ໄດ້ຮັບການເລືອກເຟັ້ນຈາກສະຫະປະຊາຊາດໃຫ້ເປັນສະຖານທີ່ຝຶກແອບຮັກສາສັນຕິພາບໃນຂອບເຂດໂຄງການຄູ່ຮ່ວມມືສາມຝ່າຍ. ຜູ້ຕາງໜ້າທູດທະຫານບັນດາປະເທດກໍ່ມີບັນດາຂໍ້ຂ້ອງ ໃຈ, ການແບ່ງປັນເພື່ອຊອກຫາກາລະໂອກາດຮ່ວມມືກັບ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບໃຫ້ຫຼາຍກວ່າອີກ.

 

ແປໂດຍ: ທູຈາງ