ທ່ານພົນໂທ ຟ້າມງອັກມິງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບເລື່ອງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ເປັນປະທານພິທີໄຂ.

leftcenterrightdel
ທ່ານພົນໂທ ຟ້າມງອັກມິງ ກ່າວຄໍາເຫັນໄຂພິທີ. ພາບ: ຫງອກທື.

ກ່າວຄໍາເຫັນຊີ້ນໍາ, ທ່ານພົນໂທ ຟ້າມງອັກມິງ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງກົມຮັກສາສັນຕິພາບຫວຽດນາມ ໃນການຮ່ວມມືກັບບັນດາປະເທດຄູ່ຮ່ວມມືເພື່ອຜັນຂະຫຍາຍແຜນຮ່າງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢ່າງມີປະສິດທິຜົນ, ພິເສດແມ່ນເລື່ອງກົມຮັກສາສັນຕິພາບຫວຽດນາມ ໄດ້ຮັບການຄັດເລືອກເປັນສະຖານທີ່ຝຶກແອບການຮັກສາສັນຕິພາບໃນຂອບເຂດໂຄງການຄູ່ຮ່ວມມືສາມຝ່າຍຈາກສະຫະປະຊາຊາດ.

leftcenterrightdel
ທ່ານພົນໂທ ຟ້າມງອັກມິງ ພ້ອມກັບບັນດາຜູ້ແທນທັງຢູ່ພາຍໃນ ແລະຕ່າງປະເທດຖ່າຍຮູບເປັນທີ່ລະນຶກ. ພາບ: ຫງອກທື.

ຊຸດຝຶກອົບຮົມຊ່ຽວຊານດ້ານການທະຫານຄະນະປະຕິບັດງານສະຫະປະຊາຊາດໃນຄັ້ງນີ້, ໄດ້ດໍາເນີນແຕ່ວັນທີ 16 ກໍລະກົດ ຫາວັນທີ 3 ສິງຫາ, ເຊິ່ງເປັນຊຸດຝຶກອົບຮົມສາກົນຄັ້ງທີ 7 ໄດ້ຈັດຕັ້ງຢູ່ກົມຮັກສາສັນຕິພາບຫວຽດນາມ, ພ້ອມທັງເປັນຊຸດຝຶກອົບຮົມຄັ້ງທໍາອິດດ້ວຍຫຼາຍເນື້ອໃນຝຶກແອບ, ມີການເຂົ້າຮ່ວມປະສານງານ, ຈັດຕັ້ງ, ສິດສອນໂດຍກົງຈາກຖັນແຖວຄູອາຈານນາຍທະຫານກອງທັບປະຊາຊົນຫວຽດນາມ ພ້ອມກັບບັນດາຊ່ຽວຊານທີ່ເຕັມໄປດ້ວຍປະສົບການຂອງປະເທດໂຮນລັງ, ໂອຕາລິດ, ການາດາ, ເຢຍລະມັນ ແລະສະວິດ.

ແປໂດຍ: ຮວ່າງເຈື່ອງ