ທ່ານພັນເອກ ບົວແກ້ວ ຂຸນປັນຍາ ແຈ້ງໃຫ້ທ່ານພົນຈັດຕະວາ ໂງມິງຕ໋ຽນ ຮັບຊາບໝາກຜົນການພົບປະເຈລະຈາກ່ອນໜ້ານັ້ນກັບກອງບັນຊາການເຫຼົ່າຮົບເຄມີສາດກອງທັບປະຊາຊົນຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາແມ່ນຕັ້ງໜ້າທີ່ສຸດ; ພ້ອມທັງເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນເຄມີ, ປະສົບການໃນການຈັດຕັ້ງ, ກໍ່ສ້າງກໍາລັງເຄມີສາດ, ເພີ່ມທະວີການຮ່ວມມືຮັບມືກັບໄພພິບັດ ແລະກູ້ຊ່ວຍມະນຸດສະທຳສາກົນ ແນໃສ່ເສີມຂະຫຍາຍບົດບາດຫຼັກແຫຼ່ງກ່ຽວກັບການປ້ອງກັນເຄມີໃຫ້ກອງທັບໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນຈັດຕະວາ ໂງມິງຕ໋ຽນ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ ບົວແກ້ວ ຂຸນປັນຍາ. ພາບ: ຮວ່າງຫວູ໊.

ທ່ານພົນຈັດຕະວາ ໂງມິງຕ໋ຽນ ຕີລາຄາສູງໝາກຜົນການຮ່ວມມືໃນໄລຍະຜ່ານມາ ລະຫວ່າງເຫຼົ່າຮົບເຄມີສາດກອງທັບປະຊາຊົນຫວຽດນາມ ແລະກົມເຄມີສາດກອງທັບປະຊາຊົນລາວ. ທ່ານພົນຈັດຕະວາ ໂງມິງຕ໋ຽນ,  ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມື, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນ, ການສຶກສາບໍາລຸງສ້າງ. ທ່ານພົນຈັດຕະວາ ໂງມິງຕ໋ຽນ ຢືນຢັນວ່າ ການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຈະສ້າງທຸກເງື່ອນໄຂເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມື, ຜ່ານນັ້ນ, ປະກອບສ່ວນປັບປຸງສາຍພົວພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ ກວ່າອີກ.

 

ແປໂດຍ: ເຈິ່ນຮວ່ຽນ