leftcenterrightdel
ທ່ານພົນໂທ ຫງວຽນຈິວີ໋ງ ຕ້ອນຮັບທ່ານ Taibel Yaakov. ພາບ: ຮວ່າງຫວູ.

ທ່ານພົນໂທ ຫງວຽນຈິວີ໋ງ ຖືວ່າ, ໃນຊຸມປີຜ່ານມາ, ສາຍພົວພັນດ້ານປ້ອງກັນຊາດ ຫວຽດນາມ - ອິດສະຣາແອນ ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ນຊ້ອນ. ທ່ານພົນໂທ ຫງວຽນຈິວີ໋ງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ມານະພະຍາຍາມ ເພື່ອໃຫ້ສາຍພົວພັນດ້ານປ້ອງກັນຊາດສອງຝ່າຍພັດທະນາຢ່າງຮອບດ້ານ. ທ່ານຮອງລັດຖະມົນຕີ ກໍ່ຮັບຮູ້ ແລະຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Taibel Yaakov ສໍາລັບສາຍພົວພັນດ້ານປ້ອງກັນຊາດສອງຝ່າຍ ອິດສະຣາແອນ - ຫວຽດນາມ ໃນອາຍຸການປະຕິບັດງານທີ່ຫາຜ່ານມາ ແລະປາດຖະໜາວ່າໃນຖານະຕໍາແໜ່ງວຽກງານໃໝ່, ທ່ານ Taibel Yaakov ຈະສືບຕໍ່ມານະພະຍາຍາມຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມໄວ້້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ. ທ່ານພົນໂທ ຫງວຽນຈິວີ໋ງ ຊົມເຊີຍທ່ານນາງ Bloria Hamama ມາຮັບໜ້າທີ່ເປັນທູດທະຫານອິດສະຣາແອນ ປະຈໍາ ຫວຽດນາມ, ພ້ອມທັງຢືນຢັນວ່າກະຊວງປ້ອງກັນປະເທດ ຫວຽດນາມ ຈະອໍານວຍຄວາມສະດວກທຸກຢ່າງເພື່ອໃຫ້ທ່ານນາງ ປະຕິບັດສໍາເລັດໜ້າທີ່ຂອງຕົນ.

ແປໂດຍ: ເກື່ອງດັ້ງ