ໂຮງຮຽນນາຍທະຫານບົກ 1 ຫາກໍ່ຈັດຕັ້ງພິທີຮຽນຈົບບັນດາຊຸດຮຽນຄັ້ງທີ 1 ໄລຍະທີ 2 ປີ 2018 ໃຫ້ແກ່ບັນດາສໍາມະນາກອນທີ່ເຂົ້າຮ່ວມຊຸດຮຽນຕ່າງໆ: ຮຽນຈົບປະລິນຍາຕີ; ອາຈານການທະຫານ; ໃບປະກາດສະນີຍະບັດ 2 ຄູສອນສຶກສາດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ; ບັນດາຊຸດຮຽນປະລິນຍາຕີ ແລະຮຽນຈົບປະລິນຍາຕີໃຫ້ແກ່ບັນດາສໍາມະນາກອນທີ່ຂຶ້ນກັບກະຊວງຕໍາຫຼວດ; ບັນດາຊຸດຮຽນໃຫ້ສໍາມະນາກອນການທະຫານກອງທັບປະຊາຊົນລາວ. ສໍາມະນາກອນ 100% ໄດ້ຮຽນຈົບ. ມີສໍາມະນາກອນຫຼາຍຄົນໃນຊຸດຮຽນໄດ້ຮັບນາມມະຍົດນັກຮົບແຂ່ງຂັນຂັ້ນຮາກຖານ, ນັກຮົບກ້າວໜ້າ ແລະບັນດາຮູບການຍ້ອງຍໍອື່ນໆ.

 

ແປໂດຍ: ທູຈາງ