ຕາມນັ້ນແລ້ວ, ບັນດາອົງການ, ກົມກອງໄດ້ຈັດຕັ້ງການຝຶກແອບໃຫ້ຖືກຕ້ອງຕາມທິດນໍາ “ພື້ນຖານ, ແທດຈິງ, ໝັ້ນຄົງເຂັ້ມແຂງ”, ສ້າງການປ່ຽນແປງໃໝ່ກ່ຽວກັບວຽກງານກະກຽມຝຶກແອບ, ຮັກສາບໍລິຫານການຝຶກແອບຮັບປະກັນເນື້ອໃນ, ເວລາ, ຈຳນວນພົນທະຫານ ແລະຄວາມປອດໄພ. ແບ່ງກຸ່ມຝຶກແອບຕາມທິດນໍາ, ໜ້າທີ່ຂອງກົມກອງ, ຖືເປັນສໍາຄັນການຝຶກແອບເປັນເຈົ້າອາວຸດ, ອຸປະກອນ, ພາຫະນະ ແລະກວດກາບັນດາບົດຍິງລູກປຶນແທ້ຂັ້ນໝູ່ທະຫານ, ຝຶກຊ້ອມຍິງລູກປືນແທ້ຂັ້ນໝວດທະຫານ...

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ເປັນປະທານກອງປະຊຸມ. ພາບ: ກວກຈິ໋ງ.

ບັນດາວິທະຍາຄານ, ໂຮງຮຽນກອງທັບບັນລຸໄດ້ຜົນງານຫຼາຍຢ່າງໃນຂະບວນການ “ສອນເກັ່ງ, ຮຽນເກັ່ງ, ປະຕິບັດກົດລະບຽບຢ່າງເຂັ້ມງວດ, ຄົ້ນຄວ້າວິທະຍາສາດ ແລະວຽກງານຮັບໃຊ້ເປັນຢ່າງດີ”, “ສອນມີຫົວຄິດປະດິດສ້າງ, ຮຽນມີຫົວຄິດປະດິດສ້າງ, ເສັງແທ້, ຕີລາຄາໝາກຜົນຢ່າງແທດຈິງ” ຫຼາຍຢ່າງ; ໝາກຜົນຂອງການເສັງ, ກວດກາບັນດາວິຊາຮຽນຂອງບັນດາວິທະຍາຄານ, ໂຮງຮຽນກອງທັບມີ 100% ບັນລຸໄດ້ຕາມຄວາມຮຽກຮ້ອງ, ມີກວ່າ 75% ແມ່ນເກັ່ງ ແລະດີຢູ່.

 

ແປໂດຍ: ກວຽດເຕີມ