ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອສະຫງ່າອົງອາດຂອງກອງພົນ 968. ກອງພົນ 968 ໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງເລກທີ 98/TM-QĐ ລົງວັນທີ 28 ມິຖຸນາ 1968 ຂອງກົມໃຫຍ່ເສນາທິການ, ກອງພົນ 968 ສັງກັດທະຫານເຂດ 4 ມີໜ້າທີ່ສົມທົບກັບບັນດາກົມກອງຂອງປະເທດເພື່ອນມິດ ລາວ ສູ້ຮົບປົກປັກຮັກສາ ແລະເປີດກວ້າງເຂດປົດປ່ອຍ, ປົກປັກຮັກສາເສັ້ນທາງເສີມກໍາລັງຍຸດທະຍາດ ເຈື່ອງເຊີນ-ເສັ້ນທາງ ໂຮ່ຈິມິນ, ກໍ່ສ້າງບັນດາຮາກຖານການເມືອງຊ່ວຍປະເທດເພື່ອນມິດ ລາວ... ໂດຍຫຼາຍປີທີ່ເຄື່ອນໄຫວຢູ່ສະໜາມຮົບພາກໃຕ້ລາວ, ໃນຊຸມປີ 1968-1975 ແລະ 1978-1988, ກອງພົນໄດ້ຕໍ່ສູ້ຢ່າງພິລະອາດຫານ, ສ້າງວິລະກໍາຫຼາຍຢ່າງ, ກາຍເປັນບ່ອນອີງຂອງປະຊາຊົນປະເທດເພື່ອນມິດ ລາວ. ກອງພົນໄດ້ຮັບການຍ້ອງຍໍຊົມເຊີຍນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນປີ 1976 ຈາກພັກ, ລັດ.

leftcenterrightdel
ຜູ້ຕາງໜ້າຄະນະ​ຕິດ​ຕໍ່ມອບຂອງຂວັນໃຫ້ແກ່ຍາດຕິພີ່ນ້ອງຂອງບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ຟ້າມທູຖຸຍ.

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຮວ່າງຫຶ້ວບ໋າວ, ຫົວໜ້າຄະນະ​ຕິດ​ຕໍ່ ເນັ້ນໜັກວ່າ: ນັບແຕ່ປີ 1995, ຄະນະ​ຕິດ​ຕໍ່ນັກຮົບເກົ່າກອງພົນ 968 ໄດ້ປະຊຸມກຸ່ມ, ແມ່ນສະຖານທີ່ເພື່ອໃຫ້ບັນດາສະມາຊິກພົບປະ, ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ຊ່ວຍເຫຼືອເຊິ່ງກັນ ແລະກັນ. ຈົດຈໍາມູນເຊື້ອວິລະຊົນຂອງກອງພົນ, ພວກເຮົາໝັ້ນໝາຍວ່າຈະຈົດຈໍາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ, ນໍ້າໃຈອັນເລິກເຊິ່ງ, ສັດຊື່ບໍລິສຸດຂອງກອງທັບສອງປະເທດ, ຮັກສາຈິດໃຈສາກົນອັນບໍລິສຸດຜຸດຜ່ອງທີ່ສືບທອດໃຫ້ແກ່ບັນດາຮຸ່ນຄົນໃນອະນາຄົດ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຟ້າມທູຖຸຍ.

23 ປີແຫ່ງການເຄື່ອນໄຫວ, ດ້ວຍຈຳນວນສະມາຊິກຢ່າງຫຼວງຫຼາຍ, ຢູ່ຫຼາຍຮຸ່ນຄົນ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ຄະນະ​ຕິດ​ຕໍ່ມູນເຊື້ອກອງພົນ 968 ທະຫານອາສາສະໝັກພາກໃຕ້ ລາວ ໄດ້ຕັ້ງໜ້າຈັດຕັ້ງບັນດາການເຄື່ອນໄຫວແຫ່ງສາຍຈິດມິດໃຈ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ, ລະດົມກໍາລັງໃຈເຊິ່ງກັນ ແລະກັນຮັກສາ, ເສີມຂະຫຍາຍມູນເຊື້ອ, ຄຸນນະທາດທະຫານລຸງໂຮ່. ທີ່ພິທີສະເຫຼີມສະຫຼອງ, ຄະນະ​ຕິດ​ຕໍ່ກໍ່ໄດ້ມອບຂອງຂວັນໃຫ້ແກ່ຍາດຕິພີ່ນ້ອງຂອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດານັກຮົບເກົ່າແມ່ນທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ຖືກຕິດທາດພິດສີສົ້ມ, ຜູ້ປະສົບກັບຄວາມຫຍຸ້ງຍາກ 15 ພູດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ.

 

ແປໂດຍ: ກວຽດເຕິມ