ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມງອັກມິງ ຖືວ່າ, ພ້ອມກັບສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງດີງາມໃນຫຼາຍຂົງເຂດ; ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຟ້າມງອັກມິງ ແລກປ່ຽນກັບທ່ານພົນຈັດຕະວາ Michael Stencel. ພາບ: ວັນຮຽວ.

ທ່ານພົນຈັດຕະວາ Michael Stencel ແຈ້ງໃຫ້ທ່ານພົນໂທ ຟ້າມງອັກມິງ ຮັບຊາບກ່ຽວກັບໝາກຜົນການເຮັດວຽກກ່ອນໜ້ານັ້ນຂອງຄະນະກັບຄະນະກໍາມະການແຫ່ງຊາດຊອກຫາກູ້ຊີບ-ກູ້ໄພຫວຽດນາມ. ຕາມນັ້ນແລ້ວ, ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ, ການເຮັດວຽກທີ່ບັນລຸໄດ້ປະສິດທິຜົນຕັ້ງໜ້າຫຼາຍຢ່າງ.

leftcenterrightdel
ທ່ານພົນໂທ ຟ້າມງອັກມິງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Michael Stencel. ພາບ: ວັນຮຽວ.

ໂດຍຕີລາຄາສູງໝາກຜົນການເຮັດວຽກ, ທ່ານພົນໂທ ຟ້າມງອັກມິງ ສະເໜີໃນໄລຍະຈະມາເຖິງ, ກອງທັບສອງປະເທດສືບຕໍ່ປະຕິບັດບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດຮັບມືກັບໄພທໍາມະຊາດ, ຊອກຫາກູ້ຊີບ-ກູ້ໄພ, ໜູູນຊ່ວຍມະນຸດສະທໍາ... ເພື່ອແນໃສ່ຍົກສູງຄວາມສາມາດຂອງແຕ່ລະຝ່າຍ, ຜ່ານນັ້ນປະກອບສ່ວນປັບປຸງ, ພັດທະນາສາຍພົວພັນການຮ່ວມມືດ້ານປ້ອງກັນຊາດ, ສົມກັບສາຍພົວພັນຮ່ວມມື ຫວຽດນາມ - ອາເມລິກາ.

 

ແປໂດຍ: ເກື່ອງດັ້ງ