ພາຍຫຼັງຮັບຟັງການລາຍງານ ແລະກວດກາບັນດາກົມກອງ, ທ່ານຫົວໜ້າກົມໃຫຍ່ເສນາທິການ ໄດ້ຮັບຮູ້ຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງພະນັກງານ, ນັກຮົບຂອງກົມກອງຕ່າງໆໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ແຕ່ລະກົມກອງຄວນເສີມຂະຫຍາຍມູນເຊື້ອ, ກໍ່ສ້າງອົງການຈັດຕັ້ງພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງ, ກົມກອງເຂັ້ມແຂງຮອບດ້ານ, ໂດຍສະເພາະແມ່ນສຸມໃສ່ກໍ່ສ້າງຄຸນນະທາດການເມືອງ, ເຈດຈຳນົງຕັດສິນໃຈສູງໃຫ້ແກ່ພະນັກງານ, ນັກຮົບ ແລະກໍ່ສ້າງລະບຽບແບບແຜນ, ຝຶກຝົນຫຼໍ່ຫຼອມລະບຽບວິໃນ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ລົງກວດກາ, ຢ້ຽມຢາມກອງພົນນ້ອຍ 94. ພາບ: ຮຸ່ງຄວາ.

ທ່ານພົນໂທ ຟານວັນຢາງ ໃສ່ໃຈວ່າ, ບັນດາກົມກອງຄວນຍູ້ແຮງຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບ, ໃກ້ຊິດຕິດແທດກັບບໍລິເວນ, ເປັນເຈົ້າການສົມທົບກັບບັນດາກໍາລັງຕາມດໍາລັດ ເລກທີ 77 ຢ່າງແໜ້ນແຟ້ນ, ປະຕິບັດວຽກງານຂົນຂວາຍປະຊາຊົນໃຫ້ດີ, ກໍ່ສ້າງບໍລິເວນໃຫ້ມີຄວາມປອດໄພ, ສົມທົບກັນກໍ່ສ້າງເຂດປ້ອງກັນຢູ່ແຕ່ລະທ້ອງຖິ່ນໃຫ້ໝັ້ນຄົງ...

ແປໂດຍ: ກວຽດເຕິມ