ເຂົ້າຮ່ວມໃນຄະນະຍັງມີທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານພົນຕີ ໂດ໊ກັນ, ຮອງຫົວໜ້າກົມໃຫຍ່ການເມືອງ, ພ້ອມກັບຜູ້ຕາງໜ້າບັນດາອົງການກ່ຽວຂ້ອງສັງກັດກະຊວງປ້ອງກັນປະເທດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ໂອ້ລົມກັບພະນັກງານ, ນັກຮົບທີ່ກອງສືບຂ່າວ. ພາບ: qdnd.vn.

ທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ແລະບັນດາຜູ້ແທນໄດ້ຮັບຟັງຜູ້ບັນຊາການກົມກອງລາຍງານສະພາບການປະຕິບັດໜ້າທີ່ ແລະໄປກວດກາ, ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈພະນັກງານ, ພາລະກອນ, ນັກຮົບ.

ສະຫຼຸບທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ໄດ້ຮັບຮູ້, ຕີລາຄາສູງໝາກຜົນການປະຕິບັດໜ້າທີ່ຂອງກົມກອງໃນໄລຍະຜ່ານມາ. ພ້ອມທັງຮຽກຮ້ອງກອງສືບຂ່າວສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະໝາກຜົນທີ່ບັນລຸໄດ້; ສ້າງຄຸນນະທາດດ້ານການເມືອງ, ເຈດຈໍານົງຕັດສິນໃຈໃຫ້ແກ່ພະນັກງານ, ນັກຮົບ; ສາມັກຄີ, ປະຕິບັດກົດໝາຍຂອງລັດ, ລະບຽບວິໄນກອງທັບຢ່າງເຂັ້ມ ງວດ; ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ສ້າງອົງຄະນະພັກໃຫ້ປອດໃສ, ເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ໄດ້ຮັບການມອບໝາຍ.

ແປໂດຍ: ເຈິ່ນຮວ່ຽນ