leftcenterrightdel
ທ່ານພົນໂທ ເບ໋ຊວນເຈື່ອງ ຕ້ອນຮັບທ່ານພົນຕີ Sergey Vasilievich. ພາບ: ເຟືອງລິງ.

ທີ່ການຕ້ອນຮັບ, ທ່ານພົນໂທ ເບ໋ຊວນເຈື່ອງ ຢືນຢັນວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ສະຫະພັນລັດເຊຍ ມີການພັດທະນາກະໂດດຂັ້ນ ແລະນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງໃນຫຼາຍຂົງເຂດ.  ພິເສດ, ເລື່ອງກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບໃນເດືອນ ພະຈິກ 2017  ນັ້ນໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງສອງຝ່າຍ, ປະກອບສ່ວນສ້າງເນື້ອໃນຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດໃນອະນາຄົດໃຫ້ເປັນຮູບເປັນຮ່າງ.

ທ່ານພົນໂທ ເບ໋ຊວນເຈື່ອງ ສະເໜີວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນການທະຫານຂັ້ນຕ່າງໆ; ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ແລະທັກສະດ້ານວິຊາສະເພາະໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ ຜ່ານການຈັດຕັ້ງການຝຶກອົບຮົມລວມ, ຈັດຕັ້ງກອງປະຊຸມສໍາມະນາ, ຖອດຖອນບົດຮຽນ ແລະແລກປ່ຽນຊ່ຽວຊານ...

leftcenterrightdel
ທ່ານພົນໂທ ເບ໋ຊວນເຈື່ອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Sergey Vasilievich. ພາບ: ເຟືອງລິງ.

ທີ່ການຕ້ອນຮັບ, ທ່ານພົນຕີ Sergey Vasilievich ຂອບໃຈທ່ານພົນໂທ ເບ໋ຊວນເຈື່ອງ ທີ່ໄດ້ສະຫງວນເວລາຕ້ອນຮັບຄະນະ, ພ້ອມທັງຢືນຢັນວ່າ, ກະຊວງປ້ອງກັນປະເທດລັດເຊຍ ຈະສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ, ຕົ້ນຕໍແມ່ນກົມຮັກສາສັນຕິພາບຫວຽດນາມ, ຜັນຂະຫຍາຍບັນດາການເຄື່ອນໄຫວຮັກສາສັນຕິພາບທີ່ຄະນະປະຕິບັດງານຂອງສະຫະປະຊາຊາດໃຫ້ສອດຄ່ອງ ແລະມີປະສິດທິຜົນ.

ແປໂດຍ: ຮວ່າງເຈື່ອງ