leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ຕ້ອນຮັບທ່ານນາງ Nirmala Sitharaman ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ. ພາບ: ຈ້ອງຫາຍ.

ຕອນເຊົ້າວັນທີ 13 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານລັດຖະມົນຕີ ໂງຊວນລິກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ຢ່າງເປັນທາງການ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ແລະທ່ານນາງ Nirmala Sitharaman ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ທີ່ການພົບປະເຈລະຈາໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ໂງຊວນລິກ ຢືນຢັນວ່າການຢ້ຽມຢາມຄັ້ງນີ້ມີຄວາມໝາຍສໍາຄັນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ເວົ້າລວມ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງປະເທດເວົ້າສະເພາະ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຈ້ອງຫາຍ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ; ເຫັນດີເປັນເອກະພາບກັນຕໍ່ທິດທາງ, ມາດຕະການຊຸກຍູ້ການພົວພັນດ້ານປ້ອງກັນຊາດໃນໄລຍະຈະມາເຖິງ. ພິເສດ, ລັດຖະມົນຕີສອງທ່ານໄດ້ເນັ້ນໜັກເຖິງຄວາມສໍາຄັນ, ຄວາມຈໍາເປັນຂອງເລື່ອງສືບຕໍ່ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຄື: ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ປະຊຸມກຸ່ມຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ທາບທາມຄໍາເຫັນນາຍທະຫານ 3 ເຫຼົ່າທັບ (ທະຫານເຮືອ, ທະຫານບົກ ແລະທະຫານອາກາດ)...

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຈ້ອງຫາຍ.

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານນາງ Nirmala Sitharaman  ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ແລະບັນດາສະມາຊິກໃນຄະນະຈະເຂົ້າຮ່ວມການພົບປະວິສາຫະກິດອຸດສາຫະກໍາປ້ອງກັນຊາດຫວຽດນາມ-ອິນເດຍ ຄັ້ງທີ 4 ແລະຢ້ຽມຢາມບາງກົມກອງຂອງກອງທັບປະຊາຊົນຫວຽດນາມ.

 

ແປໂດຍ: ຮວ່າງເຈື່ອງ