ຕາງໜ້າການນຳກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນເຟືອງນາມ,  ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມ. ທີ່ງານລ້ຽງ, ທ່ານພັນເອກ Edmund Tan, ທູດປ້ອງກັນຊາດສິງກະໂປ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກເຖິງສາຍພົວພັນການປ້ອງກັນຊາດທີ່ໃກ້ຊິດສະໜິດສະໜົມລະຫວ່າງ ສິງກະໂປ ແລະຫວຽດນາມ ສືບຕໍ່ສວມບົດບາດສໍາຄັນໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດໃນສະພາບຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກມີການປ່ຽນແປງຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານພົນໂທ ຫງວຽນເຟືອງນາມ ຖືວ່າ, ໃນສະພາບລວມຂອງການພົວພັນ ຫວຽດນາມ-ສິງກະໂປ ພວມພັດທະນາອັນດີງາມ, ການພົວພັນດ້ານປ້ອງກັນຊາດສອງຝ່າຍ ກໍ່ນັບມື້ນັບໄດ້ຮັບການປັບປຸງ, ບັນລຸປະສິດທິຜົນແທດຈິງໃນຫຼາຍຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການຮ່ວມມືທະຫານເຮືອ, ເສນາຮັກ, ການບໍາລຸງສ້າງ, ແບ່ງປັນຂໍ້ມູນຂ່າວສານ... ທ່ານພົນໂທ ຫງວຽນເຟືອງນາມ ກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງ, ມີເຈດຕະນາດີ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ສິງກະໂປ ຈະມຸ່ງໄປເຖິງລະດັບສູງໃໝ່ດ້ວຍບັນດາບາດກ້າວພັດທະນາທີ່ເຂັ້ມແຂງກວ່າໃນອະນາຄົດ.

 

ແປໂດຍ: ທູຈາງ