ໃນການຕໍ່ສູ້ສອງຄັ້ງຕ້ານລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ, ກໍາລັງປະກອບອາວຸດ ແລະປະຊາຊົນນະຄອນ ເກີນເທີ ໄດ້ສາມັກຄີກັນ, ເສີມຂະຫຍາຍມູນເຊື້ອຮັກຊາດ, ໝູນໃຊ້ແນວທາງສົງຄາມປະຊາຊົນ, ສົມທົບກັບທະຫານຫຼວງຢ່າງແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ເດັດດຽວປົກປັກຮັກສາ, ຍາດເອົາໄຊຊະນະ, ພ້ອມກັບທະຫານ ແລະປະຊາຊົນທົ່ວປະເທດປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບເທື່ອລະກ້າວ. ປະຈຸບັນ, ທົ່ວນະຄອນ ເກີນເທີ ມີຜູ້ມີຄຸນງາມຄວາມດີກວ່າ 38.000 ຄົນ, ຄອບຄົວຜູ້ມີຄຸນງາມຄວາມດີ 99% ມີລະດັບຄອງຊີບເທົ່າກັບ ຫຼື ສູງກວ່າລະດັບປານກາງຂອງຊາວທ້ອງຖິ່ນ. ນະຄອນ ເກີນເທີ ໄດ້ກໍ່ສ້າງ ແລະສ້ອມແປງເຮືອນແຫ່ງສາຍຈິດມິດໃຈ 942 ຫຼັງ, ລວມຍອດມູນຄ່າເກືອບ 28,2 ຕື້ດົ່ງຈາກງົບປະມານສູນກາງ ແລະທ້ອງຖິ່ນ; ຂົນຂວາຍຄ່າກໍ່ສ້າງໃໝ່ ແລະສ້ອມແປງເຮືອນແຫ່ງສາຍຈິດມິດໃຈ 55 ຫຼັງລວມຍອດມູນຄ່າເກືອບ 2,5 ຕື້ດົ່ງ...

leftcenterrightdel
ຫົວໜ້າກົມນະໂຍບາຍ ມອບຂອງຂວັນໃຫ້ແກ່ຄະນະຜູ້ແທນທີ່ມີຄຸນງາມຄວາມດີນະຄອນ ເກີນເທີ. ພາບ:  ຮົ່ງແທ້ງ.

ທີ່ງານພົບປະສັງສັນ, ຫົວໜ້າກົມນະໂຍບາຍ ໄດ້ແຈ້ງໃຫ້ຄະນະຮັບຊາບບາງເນື້ອໃນກ່ຽວກັບການເຄື່ອນໄຫວຂອງບັນດາກົມກອງໃນກອງທັບ ແລະການເຄື່ອນໄຫວຕອບບຸນແທນຄຸນຂອງບັນດາກົມກອງໃນທົ່ວກອງທັບ. ຕາມນັ້ນແລ້ວ, ແຕ່ລະປີ, ບັນດາກົມກອງໄດ້ຈັດຕັ້ງການດໍາເນີນຊີວິດການເມືອງ, ສຶກສາມູນເຊື້ອຮັກຊາດ, ມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ; ມີການເຄື່ອນໄຫວຫຼາຍຢ່າງ ເພື່ອຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີ ແລະເປົ້າໝາຍນະໂຍບາຍ...

 

ແປໂດຍ: ດັ້ງເກື່ອງ