leftcenterrightdel
ທ່ານພົນໂທ ເລຈຽມ ຕ້ອນຮັບທ່ານ Rene Berkvens, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດຕໍ່ກຳປັ່ນ DAMEN/ໂຮນລັງ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບ, ທ່ານພົນໂທ ເລຈຽມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດຕໍ່ກຳປັ່ນລະຫວ່າງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະກຸ່ມບໍລິສັດ DAMEN ໃນໄລຍະຜ່ານມາ; ຕີລາຄາສູງລະດັບຄວາມຮູ້ດ້ານເຕັກນິກທີ່ກ້າວໜ້າ, ເຕັກໂນໂລຢີທີ່ທັນສະໄໝໃນຂົງເຂດຕໍ່ກຳປັ່ນຂອງກຸ່ມບໍລິສັດທີ່ໄດ້ຖ່າຍທອດໃຫ້ແກ່ຫວຽດນາມ. ທ່ານພົນໂທ ເລຈຽມ ມີຄວາມເຊື່ອໝັ່ນວ່າ, ດ້ວຍການໜູນຊ່ວຍ ແລະການປະກອບສ່ວນຂອງກຸ່ມບໍລິສັດ DAMEN, ກະຊວງປ້ອງກັນປະເທດຫວຽດນາມ ຈະມີຜົນງານຫຼາຍຢ່າງໃນຂົງເຂດຕໍ່ກໍາປັ່ນກວ່າອີກ, ເພື່ອຮັບໃຊ້ໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລຂອງປະເທດຊາດໃຫ້ດີກວ່າອີກ.

leftcenterrightdel
ທ່ານພົນໂທ ເລຈຽມ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Rene Berkvens. ພາບ: ເຟືອງລີງ.

ເຫັນດີເຫັນພ້ອມກັບຄໍາຄິດເຫັນຂອງທ່ານພົນໂທ ເລຈຽມ, ທ່ານ Rene Berkvens ໃຫ້ຮູ້ວ່າ, ກຸ່ມບໍລິສັດ DAMEN ໄດ້ມີໜ້າຢູ່ ຫວຽດນາມ ແຕ່ 20 ປີຜ່ານມາ ແລະຈະສືບຕໍ່ຢູ່ ຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ໃນຂົງເຂດຕໍ່ກໍາປັ່ນ.

 

ແປໂດຍ: ຫງວຽນກຸກ