ທ່ານພົນໂທ ຟ້າມຫງອກມີງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ເຂົ້າຮ່ວມ ແລະກ່າວຄໍາເຫັນ.

leftcenterrightdel
ທ່ານພົນໂທ ຟ້າມຫງອກມີງ ກ່າວຄໍາເຫັນທີ່ພິທີໄຂຊຸດຝຶກອົບຮົມ. ພາບ: qdnd.vn.

ທ່ານພົນໂທ ຟ້າມຫງອກມີງ ຕີລາຄາສູງການຊ່ວຍເຫຼືອຂອງ GPOI ໃນການຈັດຕັ້ງຊຸດຝຶກອົບຮົມ; ພ້ອມທັງຮຽກຮ້ອງກົມຮັກສາສັນຕິພາບຫວຽດນາມ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງ ແລະບັນດາປະເທດຄູ່ຮ່ວມມືເພື່ອຈັດຕັ້ງສໍາເລັດຊຸດຝຶກອົບຮົມ. ທ່ານພົນໂທ ຟ້າມຫງອກມີງ ເນັ້ນໜັກວ່າ, ບັນດານັກສໍາມະນາກອນຄວນຕັ້ງໜ້າຮ່ຳຮຽນເອົາຄວາມຮູ້ ແລະບົດຮຽນເຊິ່ງກັນ ແລະກັນ ເພື່ອໝູນໃຊ້ເຂົ້າໃນການປະຕິບັດງານ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມ. ພາບ: qdnd.vn.

ຊຸດຝຶກອົບຮົມໄດ້ດໍາເນີນແຕ່ວັນທີ 4 ຫາວັນທີ 20 ມິຖຸນາ ດ້ວຍການເຂົ້າຮ່ວມຂອງນັກສໍາມະນາກອນ 30 ຄົນ, ໃນນັ້ນມີນັກສໍາມະນາກອນສາກົນ 12 ຄົນທີ່ມາຈາກ ບັງກະລາເທດ, ກໍາປູເຈຍ, ມົງໂກນ, ເນປານ, ຟີລິບປິນ, ສີລັງກາ ແລະອິນໂດເນເຊຍ. ຊຸດຝຶກອົບຮົມສຸມໃສ່ເຂົ້າໃນບັນດາເນື້ອໃນຕົ້ນຕໍຄື: ຄວາມຮູ້ພື້ນຖານກ່ຽວກັບສະຫະປະຊາຊາດ ແລະຮັກສາສັນຕິພາບສະຫະປະຊາຊາດ; ພາລະບົດບາດ, ໜ້າທີ່ ແລະກົນໄກສົມທົບກັນລະຫວ່າງບັນດາອົງການເສນາທິການຢູ່ສຳນັກບັນຊາຄະນະປະຕິບັດງານ...

leftcenterrightdel
ທ່ານພົນໂທ ຟ້າມຫງອກມີງ ພ້ອມກັບຜູ້ແທນ ແລະບັນດາຄູອາຈານ, ນັກສໍາມະນາກອນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ຊຸດຝຶກອົບຮົມກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດານັກສໍາມະນາກອນແລກປ່ຽນ, ແບ່ງປັນ, ຮ່ຳຮຽນເອົາບົດຮຽນ ແລະບັນດາບົດຮຽນພຶດຕິກຳຕົວຈິງກ່ຽວກັບວຽກງານເປັນເສນາທິການຮັກສາສັນຕິພາບສະຫະປະຊາຊາດ ໃນສະພາບແວດລ້ອມຫຼາຍປະເທດ; ຍົກສູງກໍາລັງຄວາມສາມາດດ້ານພາສາອັງກິດ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບອາເມລິກາ ແລະບັນດາຄູ່ຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ.

 

ແປໂດຍ: ເຈິ່ນຮວ່ຽນ