leftcenterrightdel
ທ່ານພົນຈັດຕະວາ ຫງວຽນແອງຕວນ, ຮອງຫົວໜ້າກົມຈັດຕັ້ງກ່າວຄໍາເຫັນທີ່ຊຸດຝຶກອົບຮົມ. ພາບ: ຮວ່າງຫວູ.

ຕາມທ່ານພົນຈັດຕະວາ ຫງວຽນແອງຕວນ, ຮອງຫົວໜ້າກົມຈັດຕັ້ງແລ້ວ, ຊຸດຝຶກອົບຮົມຈະແນະນໍາບາງເນື້ອໃນພື້ນຖານກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ ແລະວຽກງານພັກ, ວຽກງານການເມືອງໃນກອງທັບປະຊາຊົນຫວຽດນາມ, ເປັນພື້ນຖານ ເພື່ອໃຫ້ພະນັກງານກົມຈັດຕັ້ງພັກກອງທັບປະຊາຊົນລາວ ຄົ້ນຄວ້າ, ໝູນໃຊ້ເຂົ້າໃນການເຄື່ອນໄຫວພຶດຕິກໍາຕົວຈິງ, ສອດຄ່ອງກັບໂຄງປະກອບການຈັດຕັ້ງ, ກໍ່ສ້າງພັກຂອງກອງທັບປະຊາຊົນ ລາວ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ພະນັກງານຈັດຕັ້ງຂອງກອງທັບສອງປະເທດແລກປ່ຽນບົດຮຽນຕົວຈິງ, ຮໍ່າຮຽນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ, ເພີ່ມທະວີຄວາມເຂົ້າໃຈກັນ, ຄວາມສາມັກຄີ, ປະກອບສ່ວນກໍ່ສ້າງກອງທັບສອງປະເທດໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ປະຕິບັດສໍາເລັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ພິທີຊຸດຝຶກອົບຮົມ. ພາບ: ຮວ່າງຫວູ.

ທ່ານພົນຈັດຕະວາ ຫງວຽນແອງຕວນ ກໍ່ໃຫ້ຮູ້ວ່າ, ນອກຈາກເນື້ອໃນໄດ້ແນະນໍາສຸມໃສ່ຢູ່ຫ້ອງຮຽນແລ້ວ, ບັນດາພະນັກງານກົມຈັດຕັ້ງພັກກອງທັບປະຊາຊົນລາວ ຈະໄດ້ໄປທັດສະນະສຶກສາ ເພື່ອຄົ້ນຄວ້າ, ຊອກຮູ້ຢູ່ບາງອົງການ, ກົມກອງ ແລະຢ້ຽມຊົມບາງປູຊະນີຍະສະຖານປະຫວັດສາດການປະຕິວັດ, ມໍລະດົກວັດທະນະທໍາ ແລະທັດສະນີຍະພາບຂອງ ຫວຽດນາມ, ຜ່ານນັ້ນ, ຊ່ວຍເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ກວ່າອີກ.

 

ແປໂດຍ: ກວຽດເຕີມ