ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ X ກໍານົດການສຶກສາ-ບໍາລຸງສ້າງແມ່ນໜຶ່ງໃນບັນດາຂອດບຸກທະລຸ ເພື່ອຍົກສູງຄຸນນະພາບການຝຶກຝົນຫຼໍ່ຫຼອມ, ກຽມພ້ອມສູ້ຮົບ. ໃນເດືອນ ພະຈິກ 2016, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ປະກາດໃຊ້ຄໍາສັ່ງເລກທີ 89/CT-BQP  “ກ່ຽວກັບບາງໜ້າທີ່ຮີບດ່ວນ ເພື່ອຍົກສູງຄຸນນະພາບການຮຽນ-ການສອນພາສາຕ່າງປະເທດໃນລະບົບໂຮງຮຽນໃນກອງທັບ”. ບັນດາມະຕິ, ເອກະສານດັ່ງກ່າວສ້າງພື້ນຖານກໍານົດທິດ, ນິຕິກໍາສໍາຄັນ ເພື່ອໃຫ້ບັນດາວິທະຍາຄານ, ໂຮງຮຽນກອງທັບຍົກສູງຄຸນນະພາບໃນການບໍາລຸງ, ກໍ່ສ້າງພະນັກງານ.

leftcenterrightdel
ພາບປະກອບ.

ຕາມການຕີລາຄາຂອງອົງການກ່ຽວຂ້ອງແລ້ວ, ຖັນແຖວພະນັກງານກອງທັບມີການເຕີບໂຕຢ່າງບໍ່ຢຸດຢັ້ງທັງຈໍານວນ, ຄຸນນະພາບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ວິທີການບໍາລຸງ, ກໍ່ສ້າງພະນັກງານໃຫ້ເໝາະສົມກັບຄວາມຕ້ອງການຂອງພຶດຕິກໍາຕົວຈິງໂດຍພື້ນຖານ; ມີການປ່ຽນແປງໃໝ່, ພັດທະນາໃຫ້ໝັ້ນຄົງເຂັ້ມແຂງ, ຕິດພັນການບຳລຸງສ້າງກັບການສັບຊ້ອນ, ນໍາໃຊ້ພະນັກງານ. ເລື່ອງການບໍາລຸງ, ກໍ່ສ້າງພະນັກງານໄດ້ຈັດຕັ້ງຢູ່ບັນດາໂຮງຮຽນໃນກອງທັບ ແລະຜ່ານການຮ່ວມສຳພັນ, ສົ່ງໄປບໍາລຸງຢູ່ບັນດາໂຮງຮຽນນອກກອງທັບ ແລະຕ່າງປະເທດ. ພະນັກງານຮຽນຈົບໂຮງຮຽນຢູ່ທຸກຂັ້ນ, ບັນດາປະເພດການບຳລຸງໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເປັນຢ່າງດີໂດຍພື້ນຖານ.

ໄດ້ມີໝາກຜົນຄືດັ່ງກ່າວ, ບາງປັດໄຈສໍາຄັນແມ່ນລາຍການ, ເນື້ອໃນບໍາລຸງສ້າງໄດ້ດັດປັບຢ່າງເໝາະສົມ, ມີລັກສະນະຮອບດ້ານ, ແທດຈິງ, ເປັນລະບອບ, ສອດຄ່ອງກັບເປົ້າໝາຍ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພຶດຕິກໍາຕົວຈິງ; ຖືກຕ້ອງຕາມແນວທາງ, ທັດສະນະຂອງພັກ, ລັດ... ລາຍການບຳລຸງສ້າງມີການປ່ຽນແປງໃໝ່ຫຼາຍຢ່າງຕາມທິດຫຼຸດຜ່ອນທິດສະດີ, ເພີ່ມເວລາຮຽນດ້ວຍຕົນເອງ, ຄົ້ນຄວ້າຊອກຮູ້ດ້ວຍຕົນເອງ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທິດສະດີກັບການປະຕິບັດຕົວຈິງ, ບໍາລຸງສ້າງຕິດພັນກັບການຄົ້ນຄວ້າວິທະຍາສາດ ແລະຖອດຖອນບົດຮຽນສູ້ຮົບ.

 

ແປໂດຍ: ກວຽດເຕີມ