ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສົ່ງກະຕ່າດອກໄມ້ອວຍພອນ. ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່. ທ່ານພົນໂທ ເລືອງເກື່ອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກ່າວຄໍາເຫັນໄຂກອງປະຊຸມໃຫຍ່.

ກອງປະຊຸມໃຫຍ່ໄດ້ປຶກສາຫາລືຢ່າງຟົດຟື້ນ, ປະຊາທິປະໄຕ, ກົງໄປກົງມາ ແລະເຫັນດີເປັນເອກະພາບສູງຮັບຮອງເອົາບັນດາເນື້ອໃນສໍາຄັນຂອງກອງປະຊຸມໃຫຍ່, ລວມມີ: ຮ່າງບົດລາຍງານຂອງກົມໃຫຍ່ການເມືອງທີ່ກອງປະຊຸມໃຫຍ່, ຮ່າງບົດລາຍງານການເມືອງ ແລະເນື້ອໃນປັບປຸງ, ເພີ່ມເຕີມກົດລະບຽບກໍາມະບານຫວຽດນາມ ຂອງຄະນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດທີ XI ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ກໍາມະບານຫວຽດນາມ ຄັ້ງທີ XII, ອາຍຸການ 2018-2023.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບທຸງໄຊທີ່ມີເນື້ອໃນວ່າ: "ຈົງຮັກພັກດີ, ມີຄວາມຮັບຜິດຊອບ, ຫົວຄິດປະດິດສ້າງ, ພັດທະນາເພື່ອພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ" ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໃຫ້ກໍາມະບານກອງທັບ. ພາບ: ຈ້ອງຫາຍ.

ກອງປະຊຸມໃຫຍ່ຢືນຢັນວ່າ: ຂະບວນການກໍາມະກອນ ແລະການເຄື່ອນໄຫວກໍາມະບານໃນກອງທັບໃນ 5 ປີຜ່ານມາມີການຫັນປ່ຽນຢ່າງຕັ້ງໜ້າ ແລະບັນລຸໄດ້ບັນດາໝາກຜົນສໍາຄັນ, ປະກອບສ່ວນຍົກສູງກໍາລັງແຮງຕໍ່ສູ້ຂອງກອງທັບ. ໃນ 5 ປີຜ່ານມາ, ຄຽງຂ້າງບັນດາຄວາມສະດວກພື້ນຖານແລ້ວ, ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ແຕ່ໂດຍໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະສະຫະພັນໃຫຍ່ແຮງງານຫວຽດນາມ... ການເຄື່ອນໄຫວກໍາມະບານໃນກອງທັບໄດ້ຮັບການຜັນຂະຫຍາຍຮອບດ້ານ, ມີບາດກ້າວພັດທະນາໃໝ່ຢ່າງໝັ້ນຄົງໜັກແໜ້ນ.

leftcenterrightdel
ທ່ານພົນຕີ ເລຮ່ຽນເວິນ ມອບດອກໄມ້ໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກໍາມະບານຫວຽດນາມ ຄັ້ງທີ XII. ພາບ: ຈ້ອງຫາຍ.

ກອງປະຊຸມໃຫຍ່ໄດ້ໄຈ້ແຍກ, ເຮັດແຈ້ງບັນດາສາເຫດຈໍາກັດກ່ຽວກັບວຽກງານຊີ້ນໍາ, ນໍາພາ ແລະປະຕິບັດຂະບວນການກໍາມະກອນ ແລະການເຄື່ອນໄຫວກໍາມະບານຂອງບັນດາອົງການຈັດຕັ້ງ, ກົມກອງ, ວິສາຫະກິດໃນທົ່ວກອງທັບ, ພ້ອມທັງກໍານົດທິດທາງ, ເປົ້າໝາຍ, ໜ້າທີ່ ແລະບັນດາວິທີການແກ້ໄຂຕົ້ນຕໍຂອງຂະບວນການກໍາມະກອນ ແລະການເຄື່ອນໄຫວກໍາມະບານໃນກອງທັບນັບແຕ່ປະຈຸບັນຮອດປີ 2023. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຜູ້ແທນທາງການ 10 ຄົນ ແລະຜູ້ແທນສໍາຮອງ 1 ຄົນ, ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກໍາມະບານຫວຽດນາມ ຄັ້ງທີ XII.

ກ່າວຄໍາເຫັນອັດກອງປະຊຸມໃຫຍ່, ທ່ານພົນຕີ ເລຮ່ຽນເວິນ, ຮອງຫົວໜ້າກົມໃຫຍ່ການເມືອງ, ຢັ້ງຢືນວ່າ: ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນກໍາມະບານກອງທັບຄັ້ງທີ IX ແມ່ນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງໃຫ້ຖັນແຖວພະນັກງານ, ສະມາຊິກກຳມະບານ, ກໍາມະກອນ, ພາລະກອນ, ຜູ້ອອກແຮງງານ... ໃນທົ່ວກອງທັບສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສາມັກຄີ, ປະດິດສ້າງນໍາຂະບວນການກໍາມະກອນ ແລະການເຄື່ອນໄຫວກໍາມະບານໃນກອງທັບໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງໜັກແໜ້ນ.

 

ແປໂດຍ: ຫງວຽນກຸກ