leftcenterrightdel
                ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ: “ໂດຍໄດ້ຮັບການຊີ້ນໍາ, ນໍາພາຂອງພັກ, ລັດ; ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນຊຸມປີມໍ່ໆມານີ້ໄດ້ຮັບໝາກຜົນສໍາຄັນທີ່ສຸດທັງດ້ານສອງຝ່າຍ ແລະຫຼາຍຝ່າຍ; ປະກອບສ່ວນໂດຍກົງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະຜົນປະໂຫຍດແຫ່ງຊາດ, ຊົນຊາດ, ໂດຍໄດ້ຮັບການຍ້ອງຍໍຈາກທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເປັນຫຼາຍຄັ້ງແລ້ວ  ແລະແມ່ນໜຶ່ງໃນບັນດາຜົນງານພົ້ນເດັ່ນໃນການປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດໃນຊຸມປີຜ່ານມາ”.

leftcenterrightdel
 
leftcenterrightdel
                             ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກອງປະຊຸມໄດ້ແລກປ່ຽນ, ປຶກສາຫາລືບັນດາບັນຫາສໍາຄັນຢ່າງກົງໄປກົງມາ; ສະເໜີ, ສະເໜີແນະບັນດາແຜນນະໂຍບາຍ, ມາດຕະການສົມທົບກັນຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໃຫ້ມີຄວາມໝາຍຢ່າງແທດຈິງ.

leftcenterrightdel
        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ສິ້ນສຸດກອງປະຊຸມ, ທ່ານພົນເອກ ໂງຊວນລິກ ໄດ້ສະເໜີບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງສືບຕໍ່ຖືເປັນສໍາຄັນການຍົກສູງປະສິດທິຜົນການສົມທົບກັນ; ຮັບປະກັນການສົມທົບກັນເປັນປະຈໍາ, ແໜ້ນແຟ້ນດ້ວຍບັນດາກົນໄກ, ຮູບການທີ່ເໝາະສົມ, ສ້າງທັດສະນະລວມ, ເປັນເອກະພາບກວ່າອີກໃນເລື່ອງເປັນເສນາທິການໃຫ້ພັກ, ລັດບັນດາບັນຫາອັນໃຫຍ່ຫຼວງທີ່ກ່ຽວຂ້ອງເຖິງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜົນປະໂຫຍດແຫ່ງຊາດ, ຊົນຊາດ.

 

ແປໂດຍ: ຫງວຽນກຸກ