leftcenterrightdel
ທ່ານ ພົນໂທ ຫງວຽນຈີ໋ວີ້ງ ມອບຂໍ້ຕົກລົງໃຫ້ນາຍທະຫານ 7 ຄົນ ຂຶ້ນກັບກົມຮັກສາສັນຕິພາບຫວຽດນາມ ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ ສາທາລະນະລັດອາຟະລິກາກາງ ແລະ ຊູດັງໃຕ້. ພາບ: ທູຮຸ່ງ - ວັນຮ໋ຽວ.

ຕອນເຊົ້າວັນທີ 21 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ໄດ້ຮັບການມອບສິດຈາກທ່ານປະທານປະເທດຫວຽດນາມ, ທ່ານພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ໄດ້ມອບຂໍ້ຕົກລົງ ແລະມອບໜ້າທີ່ໃຫ້ນາຍທະຫານ 7 ຄົນຂຶ້ນກັບກົມຮັກສາສັນຕິພາບຫວຽດນາມ ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ ສາທາລະນະລັດອາຟະລິກາກາງ ແລະຊູດັງໃຕ້.

leftcenterrightdel
ທ່ານ ພົນໂທ ຫງວຽນຈີ໋ວີ້ງ ກ່າວຄຳເຫັນມອບໜ້າທີ່ໃຫ້ນາຍທະຫານ 7 ຄົນ ຂຶ້ນກັບກົມຮັກສາສັນຕິພາບຫວຽດນາມ ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ ສາທາລະນະລັດອາຟະລິກາກາງ ແລະ ຊູດັງໃຕ້. ພາບ: ທູຮຸ່ງ - ວັນຮ໋ຽວ.

ທ່ານ ຫງວຽນຈີ໋ວີ້ງ ເນັ້ນໜັກວ່າ, ກົມຮັກສາສັນຕິພາບຫວຽດນາມ ຄວນເພີ່ມທະວີວຽກງານຄັດເລືອກບຸກຄະລາກອນ, ກະກຽມກຳລັງປ່ຽນແທນຜູ້ສືບທອດໃຫ້ແກ່ຊຸມປີຕໍ່ໄປ ເພື່ອຮັບປະກັນຖືກກັບຂັ້ນຕອນ, ແໜ້ນແຟ້ນ; ສົມທົບກັບໂຮງໝໍເສນາຮັກ 175 ແລະບັນດາອົງການທີ່ກ່ຽວຂ້ອງປະຕິບັດທຸກວຽກງານກະກຽມເປັນຢ່າງດີ ເພື່ອຈັດຕັ້ງພິທີເຄື່ອນພົນໃຫ້ໂຮງໝໍສະໜາມຂັ້ນ 2 ເລກ 1 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ກໍ່ຄື ກຳນົດທິດທາງ, ເສັ້ນທາງຢ່າງຈະແຈ້ງ ເພື່ອກະກຽມຜັນຂະຫຍາຍກອງທະຫານຊ່າງແສງໂດຍໄວ.

ສຳລັບບັນດານາຍທະຫານທີ່ກະກຽມຈະອອກເດີນທາງໄປເຖິງບັນດາຄະນະປະຕິບັດງານ, ທ່ານພົນໂທ ຫງວຽນຈີ໋ວີ້ງ ຮຽກຮ້ອງກະກຽມດ້ານແນວຄິດເປັນຢ່າງດີ; ຊາບຊຶມ ແລະປະຕິບັດທັດສະນະ, ແນວທາງການຕ່າງປະເທດຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ຢ່າງເຂັ້ມງວດ; ປະຕິບັດລະບຽບວິໄນຂອງກອງທັບ, ຂໍ້ກຳນົດຂອງສະຫະປະຊາຊາດ ຢູ່ຄະນະປະຕິບັດງານ ແລະກົດໝາຍຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ. ທ່ານພົນໂທ ຫງວຽນຈີ໋ວີ້ງ ຢືນຢັນວ່າ ເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ແມ່ນຄຳໝັ້ນສັນຍາຂອງປະເທດທີ່ໄດ້ໃຫ້ໄວ້ ຕໍ່ກັບສະຫະປະຊາຊາດ ແລະປະຊາຄົມສາກົນ, ປະກອບສ່ວນຮັກສາສັນຕິພາບໂລກ ແລະປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ.

 

ແປໂດຍ: ກວຽດເຕີມ