ຕາມທ່ານພົນໂທ ເລຈຽມ, ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດແມ່ນກອງປະຊຸມສະໄໝສາມັນສໍາຄັນທີ່ສຸດ. ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ໃຫ້ຄຳເຫັນ ແລະຮັບຮອງເອົາຮ່າງກົດໝາຍຫຼາຍສະບັບ, ໃນນັ້ນມີບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ພິຈາລະນາ, ໃຫ້ຄຳເຫັນ ແລະຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ. ກະຊວງປ້ອງກັນປະເທດໄດ້ຈັດຕັ້ງການພົບປະສັງສັນບັນດາສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບກ່ອນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ເພື່ອແນໃສ່ສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບການສາກົນ, ພາຍໃນປະເທດ ແລະໝາກຜົນໜ້າທີ່ການທະຫານ-ການປ້ອງກັນຊາດ... ໃນໄລຍະຜ່ານມາ, ເພື່ອໃຫ້ບັນດາສະມາຊິກຄົ້ນຄວ້າ, ຮັບໃຊ້ບັນດາການເຄື່ອນໄຫວທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ,  ຮອງຫົວໜ້າກົມໃຫຍ່ການເມືອງ ສະໜອງຂໍ້ມູນຂ່າວສານເຖິງບັນດາສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບ. ພາບ: ທຸ່ຍເລິມ.

ທີ່ການພົບປະສັງສັນ, ບັນດາສະມາຊິກໄດ້ຮັບຟັງທ່ານພົນໂທ ຫງວຽນຈ້ອງເຫງຍ ແຈ້ງໃຫ້ຊາບກ່ຽວກັບເນື້ອໃນ, ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຊຸດທີ XIV, ບາງຂໍ້ມູນຂ່າວສານກ່ຽວກັບສະພາບການສາກົນ, ພາຍໃນປະເທດທີ່ພົ້ນເດັ່ນ; ບາງໝາກຜົນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດໃນໄລຍະຜ່ານມາ... ຕາມນັ້ນ, ທ່າອ່ຽງລວມຂອງໂລກ ແມ່ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ແຕ່ຍັງຄົງມີບັນດາການຜັນແປໃໝ່ທີ່ສັບສົນຢູ່, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ກໍ່ທີ່ການພົບປະສັງສັນ, ບັນດາສະມາຊິກໄດ້ຮັບຟັງຜູ້ຕາງໜ້າບັນດາອົງການ, ກົມກອງລາຍງານກ່ຽວກັບເນື້ອໃນບາງຮ່າງກົດໝາຍທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

 

ແປໂດຍ: ເຈິ່ນຮວ່ຽນ