ໃນບົດກ່າວປາໄສ, ທ່ານພົນໂທ ຫງວຽນຈິວິ້ງ ຕີລາຄາສູງບັນດາການປະກອບສ່ວນຂອງ ອີຢູ ໃນການເຄື່ອນໄຫວຮັກສາສັນຕີພາບ; ພ້ອມທັງແບ່ງປັນວ່າຫວຽດນາມ ໄດ້ ແລະພວມປະກອບສ່ວນນັບມື້ນັບຫຼາຍກວ່າໃຫ້ແກ່ການເຄື່ອນໄຫວຮັກສາສັນຕີພາບຂອງສະຫະປະຊາຊາດ, ສອດຄ່ອງກັບຄວາມສາມາດ ແລະແນວທາງ, ນະໂຍບາຍການຕ່າງປະເທດສັນຕິພາບຂອງຕົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດ ສະຫະພາບເອີລົບ. ພາບ: tvnewsroom.consilium.europa.eu.

ເພື່ອປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບ ອີຢູ ແລະກັບແຕ່ລະປະເທດສະມາຊິກ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ທ່ານຮອງລັດຖະມົນຕີ ໄດ້ເຕື້ອງເຖິງຄວາມຈໍາເປັນຂອງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ, ໂດຍລະອຽດຄື: ກາຍເປັນຄູ່ຮ່ວມມືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດກັບ ອີຢູ ຢ່າງເປັນທາງການ, ຜ່ານນັ້ນຊຸກຍູ້ການລົງນາມໃນຖະແຫຼງການກ່ຽວກັບວິໄສທັດຮ່ວມລະຫວ່າງຫວຽດນາມ ແລະອີຢູ ໃນຂົງເຂດປ້ອງກັນຊາດ ແລະບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການທາບທາມຄໍາເຫັນໃນບັນດາເວທີປາໄສ, ກົນໄກຫຼາຍຝ່າຍ ເຊິ່ງສອງຝ່າຍແມ່ນສະມາຊິກຄື: ARF, ADMM +. ສະເພາະໃນການຮ່ວມມືຮັກສາສັນຕິພາບ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນດ້ານວິຊາການ, ແບ່ງປັນບົດຮຽນຜ່ານບັນດາການເຄື່ອນໄຫວຝຶກແອບ, ຝຶກອົບຮົມລວມ, ພ້ອມກັນຈັດຕັ້ງບັນດາກອງປະຊຸມສໍາມະນາ, ແລກປ່ຽນນັກຊ່ຽວຊານເພື່ອແນໃສ່ໜູນຊ່ວຍຫວຽດນາມຍົກສູງຄວາມສາມາດ ແລະແນະນໍາຂັ້ນຕອນຊື້ພາຫະນະອຸປະກອນໃຫ້ກອງຊ່າງແສງຮັກສາສັນຕິພາບຂອງຫວຽດນາມ, ເພີ່ມທະວີການແລກປ່ຽນລະຫວ່າງກົມຮັກສາສັນຕິພາບຫວຽດນາມ ກັບບັນດາສູນຝຶກອົບຮົມຮັກສາສັນຕິພາບຂອງບັນດາປະເທດສະມາຊີກ ອີຢູ.

 

ແປໂດຍ: ເກື່ອງດັ້ງ