ທ່ານພົນຕີ ເລຮຸຍວິ້ງ, ກໍາມະການສູນກາງພັກ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດເປັນປະທານກອງປະຊຸມ.

leftcenterrightdel
ທ່ານພົນຕີ ເລຮຸຍວິ້ງ ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ. ພາບ: ຮວ່າງຮ່າ.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຢືນຢັນວ່າ, ການກໍ່ສ້າງແຜນຮ່າງແມ່ນມີຄວາມຈໍາເປັນ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບຕົວຈິງ, ສ້າງບາດກ້າວພັດທະນາໃໝ່ໃຫ້ແກ່ກໍາລັງທະຫານອາກາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ກຽມພ້ອມສູ້ຮົບ, ປົກປັກຮັກສາທ້ອງຟ້າຂອງປະເທດຊາດໃນສະພາບການໃໝ່ຢ່າງໝັ້ນຄົງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຮວ່າງຮ່າ.

ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືລະອຽດ, ເຮັດແຈ້ງບັນດາເນື້ອໃນກ່ຽວກັບພື້ນຖານນິຕິກໍາ, ທັດສະນະ, ເປົ້າໝາຍ; ປະກອບຫຼາຍເນື້ອໃນ, ມາດຕະການກໍ່ສ້າງກໍາລັງທະຫານອາກາດ, ຄື: ກໍ່ສ້າງ, ບູລະນະການຈັດຕັ້ງບັນຈຸພະນັກງານໃນກໍາລັງທະຫານອາກາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ໃນສະພາບການໃໝ່; ຍົກສູງປະສິດທິຜົນວຽກງານພັກ, ວຽກງານການເມືອງໃນການປະຕິບັດບັນດາໜ້າທີ່ຂອງກໍາລັງທະຫານອາກາດ; ຍົກສູງຄຸນນະພາບການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການຮ່ວມມືບໍາລຸງສ້າງນັກບິນທະຫານ, ພະນັກງານ, ພາລະກອນເຕັກນິກ....

 

ແປໂດຍ: ຮວ່າງເຈື່ອງ