ຕາມການຊີ້ນໍາຂອງກົມໃຫຍ່ການເມືອງ, ໃນການຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະແຕ່ຂັ້ນເທິງລົງຮອດຂັ້ນພື້ນຖານໂດຍກົງ ໄລຍະ 2013-2018, ບົນພື້ນຖານຊາບຊຶມບັນດາຄໍາສັ່ງ, ມະຕິຂອງກົມການເມືອງ, ຄະນະເລຂາສູນກາງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະບັນດາເອກະສານຊີ້ນໍາ, ແນະນໍາຂອງຂັ້ນເທິງກ່ຽວກັບວຽກງານການແຂ່ງຂັນ-ຍ້ອງຍໍ; ອີງຕາມຄຸນລັກສະນະສະພາບການ, ໜ້າທີ່ຂອງແຕ່ລະອົງການ, ກົມກອງເພື່ອກໍານົດທິດທາງ, ເປົ້າໝາຍ, ເນື້ອໃນ, ມາດຕະການດໍາເນີນວຽກງານການແຂ່ງຂັນ-ຍ້ອງຍໍ ແລະຈັດຕັ້ງຂະບວນການແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະໄລຍະ 2018-2023 ໃຫ້ເໝາະສົມ.

leftcenterrightdel
ພາບປະກອບ: qdnd.vn.

ຕາມນັ້ນ, ແມ່ນສຸມໃສ່ການປ່ຽນແປງໃໝ່ວຽກງານຊີ້ນໍານໍາພາ, ດໍາເນີນວຽກງານການແຂ່ງຂັນ-ຍ້ອງຍໍ ແລະຈັດຕັ້ງຂະບວນການແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະຕາມທິດແທດຈິງ, ມີປະສິດທິຜົນ, ໜັກແໜ້ນ; ຫັນບັນດາເຄື່ອນໄຫວການແຂ່ງຂັນ-ຍ້ອງຍໍເຂົ້າໃນການປະຕິບັດໜ້າທີ່ການເມືອງ, ໜ້າທີ່ຈຸດສຸມ, ແກ້ໄຂບັນດາຂອດອ່ອນດ້ອຍ, ດ້ານອ່ອນຂອງອົງການ, ກົມກອງຢ່າງເຖິງຖອງ, ຕິດພັນກັບເລື່ອງປະຕິບັດການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ, ບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສະຕິປັນຍາ, ສົມເປັນທະຫານລຸງໂຮ່” ຢ່າງມີປະສິດທິຜົນ; ຍູ້ແຮງວຽກງານກໍ່ສ້າງ, ທະວີຄູນແບບຢ່າງດີເດັ່ນ, ກ້າວໜ້າ.

ຂະບວນການແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະຕົວຈິງຕ້ອງແມ່ນກໍາລັງໜູນຊຸກຍູ້ບັນດາອົງການ, ກົມກອງປະຕິບັດສຳເລັດໜ້າທີ່ໄດ້ມອບໝາຍເປັນຢ່າງດີ; ປະກອບສ່ວນສ້າງອົງການຈັດຕັ້ງພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງ, ອົງການ, ກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ, ບັນດາອົງການຈັດຕັ້ງມະຫາຊົນໝັ້ນຄົງເຂັ້ມແຂງດີເດັ່ນ.

 

ແປໂດຍ:  ກວຽດເຕິມ