ເຂົ້າຮ່ວມງານພົບປະສັງສັນມີທ່ານ ຫວູແອວງ, ອະດີດກໍາມະການກົມການເມືອງ, ອະດີດຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ; ທ່ານພົນຕີ ເລຮ່ຽນເວີນ, ຮອງຫົວໜ້າກົມໃຫຍ່ການເມືອງ; ທ່ານພົນຕີ ເລວັນເຮິນ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງ, ປະທານສະມາຄົມໜູນຊ່ວຍ ຄອບຄົວ ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ.

ໃນວັນທີ 21 ເມສາ 1978, ອີງຕາມແຜນນະໂຍບາຍສຳລັບພັນທະສາກົນຂອງພັກກອມມູນິດຫວຽດນາມ, ທ່ານພົນເອກ ຫວໍງວຽນຢາບ, ເລຂາຄະນະພັກການທະຫານສູນກາງ ໄດ້ລົງນາມໃນຂໍ້ຕົກລົງ ເລກທີ 34/QĐ-QU, ສ້າງຕັ້ງຄະນະຮັບຜິດຊອບວຽກງານ Z - ປະຈຸບັນແມ່ນຄະນະນັກຊ່ຽວຊານການທະຫານ 478 (ກອງ 478).

leftcenterrightdel
  ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ງານພົບປະສັງສັນ. ພາບ: qdnd.vn.

ກວ່າ 10 ປີທີ່ເຄື່ອນໄຫວຢູ່ປະເທດ ກໍາປູເຈຍ, ພະນັກງານ, ນັກຊ່ຽວຊານ ກອງ 478 ໄດ້ຕັ້ງໜ້າ, ເປັນເຈົ້າການເສີມຂະຫຍາຍກໍາລັງຄວາມສາມາດ, ຊ່ວຍກະຊວງປ້ອງກັນປະເທດ ກໍາປູເຈຍ ສ້າງຕັ້ງບັນດາອົງການເສນາທິການ, ການເມືອງ, ພະລາທິການ, ເຕັກນິກ; ແນະນໍາ, ຊ່ວຍເຫຼືອພະນັກງານທຸກຂັ້ນຂອງປະເທດເພື່ອນມິດ. ກອງ 478 ຍັງປະກອບສ່ວນຊ່ວຍ ກໍາປູເຈຍ ສ້າງບັນດາແຜນນະໂຍບາຍ, ນະໂຍບາຍ, ປະກາດໃຊ້ບັນດາຄຳສັ່ງແນະນຳ, ຄຳສັ່ງ, ຂໍ້ຕົກລົງກ່ຽວກັບແຜນການສູ້ຮົບ, ປະຕິບັດຄວາມປອງດອງຊາດ, ສ້າງສາປະເທດ ກໍາປູເຈຍ ຈະເລີນຮຸ່ງເຮືອງ. ສຳເລັດໜ້າທີ່, ກອງ 478 ໄດ້ຮັບຫຼຽນໄຊ ໂຮ່ຈິມິນ ຈາກພັກ, ລັດຫວຽດນາມ.

ທີ່ງານພົບປະສັງສັນ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອທີ່ສະຫງ່າລາສີຂອງກອງ ກໍ່ຄື ແບ່ງປັນບັນດາອະນຸສອນເມື່ອຍັງປະຕິບັດງານ, ພ້ອມທັງລະດົມກໍາລັງໃຈກັນສືບຕໍ່ສູ້ຊົນ, ກາຍເປັນກຳລັງແກ່ນສານຕັ້ງໜ້າໃນການກໍ່ສ້າງ, ເພີ່ມພູນຄູນສ້າງອາລົມຈິດສາກົນຂອງຫວຽດນາມ ກັບເພື່ອນມິດສາກົນ.

 

ແປໂດຍ: ກວຽດເຕີມ