ສູນຈຳລອງຝຶກແອບການສູ້ຮົບແມ່ນຜະລິດຕະພັນໂດຍບໍລິສັດ TECAPRO ປະດິດ, ເຊິ່ງປະກອບ ບັນດາລະບົບຈຳລອງການຝຶກແອບການສູ້ຮົບຄື, ຍິງປືນສັ້ນ, ປືນ AK, ປືນ B41 ແລະປືນ 12,7ມມ...

leftcenterrightdel
ສູນຈຳລອງຝຶກແອບການສູ້ຮົບແມ່ນຂອງຂວັນຂອງບໍລິສັດນໍາໃຊ້ເຕັກນິກ ແລະການຜະລິດ ຈໍາກັດຜູ້ດຽວ (TECAPRO). ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ, ທ່ານພົນຈັດຕະວາ ກິລະກອນ ບຸນນະຜົນ ເນັ້ນໜັກວ່າວຽກງານຈຳລອງຝືກແອບການສູ້ຮົບບໍ່ພຽງປະກອບສ່ວນສໍາຄັນໃຫ້ການຝຶກແອບ, ຍົກສູງທັກສະ, ຫຼີກເວັ້ນອຸບັດຕິເຫດໃນການຝຶກແອບ, ຊ່ວຍປະຢັດງົບປະມານເທົ່ານັ້ນ, ຫາກຍັງຊ່ວຍເພີ່ມປະສິດທິຜົນ ແລະລັກສະນະທັນສະໄໝໃຫ້ກອງທັບປະຊາຊົນ ລາວ; ຢືນຢັນວ່າການຊ່ວຍເຫຼືອນີ້ຈະເປັນການເປີດສາກທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືລະຫວ່າງບໍລິສັດ TECAPRO, ກະຊວງປ້ອງກັນປະເທດ ຫວຽດນາມ ແລະກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດ ລາວ.

 

ແປໂດຍ: ເກື່ອງດັ້ງ