ການຢ້ຽມຢາມແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກໍາລັງທະຫານເຮືອສອງປະເທດ ແລະການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອົດສະຕາລີ-ຫວຽດນາມ.

leftcenterrightdel
ກໍາປັ່ນທະຫານເຮືອລາດຊະວົງອົດສະຕາລີ 3 ລໍາ ເຂົ້າທຽບທ່າກໍາປັ່ນນະຄອນ ໂຮ່ຈິມິນ. ພາບ: ມິງຫງວຽນ.

ທີ່ພິທີຕ້ອນຮັບ, ທ່ານພັນໂທ Michael Devine, ຜູ້ບັນຊາການກໍາປັ່ນ HMAS ANZAC ໃຫ້ຮູ້ວ່າ: ການພົວພັນລະຫວ່າງກໍາລັງທະຫານເຮືອຫວຽດນາມ ແລະອົດສະຕາລີ ນັບມື້ນັບພັດທະນາອັນດີງາມ. ການຢ້ຽມຢາມຫວຽດນາມໃນຄັ້ງນີ້ຂອງກໍາປັ່ນທະຫານເຮືອລາດຊະວົງ ອົດສະຕາລີ 3 ລໍາ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງການຮ່ວມມືດ້ານປ້ອງກັນຊາດ ອົດສະຕາລີິ ແລະຫວຽດນາມ. ນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນຄວາມສໍາຄັນຂອງສາຍພົວພັນຫວຽດນາມ ແລະອົດສະຕາລີິ.

leftcenterrightdel
ຜູ້ບັນຊາການກໍາປັ່ນ 3 ລຳ ຮັບຊໍ່ດອກໄມ້ຈາກບັນດານາຍທະຫານເຮືອຍິງຫວຽດນາມ. ພາບ: ມິງຫງວຽນ.

ພາຍຫຼັງພິທີຕ້ອນຮັບ, ຜູ້ບັນຊາການ ແລະລູກເຮືອໃນຄະນະໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈິມິນ, ເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ. ໃນການຢ້ຽມຢາມ, ກັບຕັນເຮືອ ແລະລູກເຮືອຂອງ 3 ລໍາ ຈະພົບປະແລກປ່ຽນກັບບັນດານາຍທະຫານຂັ້ນສູງທະຫານເຮືອຫວຽດນາມ ແລະປະຕິບັດບາງເຄື່ອນໄຫວພົບປະແລກປ່ຽນ, ດໍາເນີນການແລກປ່ຽນ ແລະແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວໃນກໍາປັ່ນທະຫານເຮືອ...

leftcenterrightdel
ຜູ້ບັນຊາການ ແລະລູກເຮືອຂອງກໍາປັ່ນທະຫານເຮືອລາດຊະວົງ ອົດສະຕາລີ 3 ລໍາ ຖະຫວາຍທູບທຽນຢູ່ອະນຸສາວະລີປະທານ ໂຮ່ຈິມິນ. ພາບ: ມິງຫງວຽນ.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ມິງຫງວຽນ.

 

ແປໂດຍ: ທູຈາງ