ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຊົມເຊີຍທ່ານພົນຕີ Talgat Sabitovich Mukhtarov  ແລະຄະນະປະຕິບັດງານທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ປາດຖະໜາວ່າການຢ້ຽມຢາມຂອງຄະນະຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ. ທ່ານພົນເອກ ໂງຊວນລິກ ອວຍພອນການຢ້ຽມຢາມຂອງຄະນະຢູ່ຫວຽດນາມ ປະສົບຜົນສໍາເລັດຢ່າງຈົບງາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານພົນຕີ Talgat Sabitovich Mukhtarov. ພາບ: ເຟືອງລິງ.

ໂອກາດດັ່ງກ່າວ, ທ່ານພົນຕີ Talgat Sabitovich Mukhtarov ແຈ້ງໃຫ້ທ່ານພົນເອກ ໂງຊວນລິກ ຮັບຊາບກ່ຽວກັບໝາກຜົນແຫ່ງການພົບປະເຈລະຈາຂອງຄະນະຜູ້ແທນກະຊວງປ້ອງກັນປະເທດກາຢັກສະຖານ ກັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຊິ່ງໄດ້ດໍາເນີນກ່ອນໜ້ານັ້ນ; ພ້ອມທັງຢືນຢັນວ່າໝາກຜົນແຫ່ງການພົບປະເຈລະຈາ ໄດ້ເປີດໂອກາດໃໝ່ໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ເປັນຕົ້ນແມ່ນບັນດາຂົງເຂດ ເຊິ່ງສອງຝ່າຍມີທ່າແຮງຄື: ການບໍາລຸງສ້າງ, ອຸດສາຫະກໍາປ້ອງກັນຊາດ...

ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດ ກາຢັກສະຖານ ໂດຍທ່ານພົນຕີ Talgat Sabitovich Mukhtarov  ເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດ ກາຢັກສະຖານ ພົບປະເຈລະຈາຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ. ພາບ: ເຟືອງລິງ.

ທີ່ການພົບປະເຈລະຈາ, ຫົວໜ້າຄະນະສອງທ່ານໄດ້ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດຈະມີການເຄື່ອນໄຫວຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນຫຼາຍຢ່າງ, ໂດຍສະເພາະແມ່ນໃນບັນດາຂົງເຂດບໍາລຸງສ້າງ, ອຸດສາຫະກໍາປ້ອງກັນຊາດ, ການຮັກສາສັນຕິພາບສະຫະປະຊາຊາດ, ເໝາະສົມກັບຄວາມຕ້ອງການ, ຄວາມສາມາດຂອງແຕ່ລະຝ່າຍ.

 

ແປໂດຍ: ຮວ່າງເຈື່ອງ