ທ່ານພັນເອກພິເສດ ຕ້າກວາງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 5 ເປັນຫົວໜ້າຄະນະ. ຕາມແຜນການແລ້ວ, ພາຍຫຼັງສິ້ນສຸດການລາດຕະເວນຮ່ວມຢູ່ເຂດນ່ານທະເລທີ່ຕິດຕໍ່ກັນຂອງສອງປະເທດແລ້ວ, ກອງເຮືອຮົບ 264, 265 ຈະເດີນທາງໄປເຖິງທ່າກໍາປັ່ນ Songkhla ຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອລາດຊະວົງໄທ  ແຕ່ວັນທີ 22 – 25 ເມສາ.

leftcenterrightdel
 
leftcenterrightdel
ກອງເຮືອຮົບ 264, 265 ເດີນທາງໄປປະຕິບັດການລາດຕະເວນຮ່ວມກັບທະຫານເຮືອ ລາດຊະວົງໄທ. ພາບ: ຢຸຍແຄ໋ງ.

ເພື່ອປະຕິບັດສໍາເລັດໜ້າທີ່ລາດຕະເວນຮ່ວມເປັນຢ່າງດີ, ໄປຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອລາດຊະວົງໄທ, ກອງເຮືອຮົບ 264, 265  ໄດ້ປະຕິບັດການຝຶກແອບເປັນຢ່າງດີ, ສ້າງ ແລະຮັບຮອງເອົາແຜນການອອກທະເລ; ກະກຽມອຸປະກອນພະລາທິການ, ເຕັກນິກ, ເຄື່ອງອາໄຫຼ່ເພື່ອປ່ຽນແທນຢ່າງຄົບຊຸດ; ຄຸ້ມຄອງເກັບຮັກສາ, ບໍາລຸງ, ກວດກາ ແລະສ້ອມແປງອາວຸດຍຸດທະພັນເຕັກນິກ, ເຄື່ອງກົນຈັກເພື່ອຮັບປະກັນລະບົບເຕັກນິກດີຈີຕອນທົ່ວກໍາປັ່ນໃຫ້ເຄື່ອນໄຫວຢ່າງເປັນປົກກະຕິ.

 

ແປໂດຍ: ຫງວຽນກຸກ