ທີ່ການເຮັດວຽກ, ການນໍາກອງພົນທີ 5 ໄດ້ລາຍງານຕໍ່ຄະນະປະຕິບັດງານກ່ຽວກັບໝາກຜົນພົ້ນເດັ່ນໃນການປະຕິບັດໜ້າທີ່ໃນປີ 2017 ແລະຊຸມເດືອນຕົ້ນປີ 2018. ຕາມນັ້ນແລ້ວ, ກອງພົນທີ 5 ໄດ້ປະຕິບັດຄໍາສັ່ງຂອງຂັ້ນເທິງກ່ຽວກັບການກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຮັກສາລະບອບປະຈໍາການກຽມພ້ອມສູ້ຮົບຕາມທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ; ເປັນເຈົ້າການສົມທົບກັບບັນດາກໍາລັງ ແລະອໍານາດການປົກຄອງກໍາແໜ້ນສະພາບການ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ. ກອງພົນ ກໍ່ໄດ້ຜັນຂະຫຍາຍຫຼາຍມາດຕະການທີ່ມີປະສິດທິຜົນໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ; ປະຕິບັດກົດລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານເປັນຢ່າງດີ, ບັນດາອົງການຈັດຕັ້ງມະຫາຊົນໃນການກໍ່ສ້າງອົງການຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກົມກອງໝັ້ນຄົງເຂັ້ມແຂງຮອບດ້ານໃຫ້ເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ລົງກວດກາຢູ່ກອງພົນທີ 5. ພາບ: ມິງຫງວຽນ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນໂທ ເລືອງເກື່ອງ ຮັບຮູ້, ຕີລາຄາສູງຜົນງານ ເຊິ່ງກົມກອງບັນລຸໄດ້ໃນໄລຍະຜ່ານມາ, ພິເສດພາຍໃນກົມກອງຍາມໃດກໍ່ສາມັກຄີ, ເປັນເອກະພາບກັນ, ປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ເຮັດວຽກກັບການນໍາ, ຜູ້ບັນຊາການ ກອງພົນທີ 5. ພາບ: ມິງຫງວຽນ.

ທ່ານຫົວໜ້າກົມໃຫຍ່ການເມືອງ ສະເໜີການນໍາ, ຜູ້ບັນຊາການກົມກອງສືບຕໍ່ຊາບຊຶມ, ກໍາແໜ້ນໜ້າທີ່ການເມືອງ; ຈັດຕັ້ງການຊີ້ນໍາ, ນໍາພາປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃນສະພາບການໃໝ່ຢ່າງມີໄຊ; ໂດຍສະເພາະແມ່ນສືບຕໍ່ຍົກສູງຄຸນນະພາບການຝຶກແອບກວ່າອີກ, ກຽມພ້ອມສູ້ຮົບ; ສຸມໃສ່ກໍ່ສ້າງອົງການ, ກົມກອງໃຫ້ຖືກຕ້ອງຕາມມາດຕະຖານໝັ້ນຄົງເຂັ້ມແຂງຮອບດ້ານ, ບັນດາອົງການຈັດຕັ້ງພັກປອດໃສ, ໝັ້ນຄົງເຂັ້ມແຂງ. 

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ແລະການນໍາ, ຜູ້ບັນຊາການ ກອງພົນທີ 5 ຖ່າຍຮູບເປັນທີ່ລະນຶກ. ພາບ: ມິງຫງວຽນ.

ພ້ອມກັນນັ້ນ, ກົມກອງຄວນເອົາໃຈໃສ່ເຖິງການສ້າງສາຍພົວພັນສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ,  ພ້ອມທັງສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນໃນບໍລິເວນ ເພື່ອປະຕິບັດນະໂຍບາຍແນວຫຼັງກອງທັບເປັນຢ່າງດີ; ປະຕິບັດຕາມທັດສະນະ, ແນວທາງພົວພັນຕ່າງປະເທດຂອງພັກ, ລັດ, ບັນດາມະຕິ, ຄໍາສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເປັນຢ່າງດີ.

 

ແປໂດຍ: ຮວ່າງເຈື່ອງ