ພາຍຫຼັງຮັບຟັງການນໍາ, ຜູ້ບັນຊາການກອງພົນນ້ອຍສື່ສານ 139 ລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່, ຕາງໜ້າການນໍາກົມໃຫຍ່ການເມືອງ, ທ່ານພົນໂທ ຫງວຽນຈ້ອງເຫງຍ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານພົ້ນເດັ່ນ ເຊິ່ງບັນດາພະນັກງານ, ນັກຮົບກອງພົນນ້ອຍຮຸ່ນຕ່າງໆບັນລຸໄດ້ໃນໄລຍະ 40 ປີຜ່ານມາ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງພົນນ້ອຍສື່ສານ 139. ພາບ: ຈຸງງ້ານ.

ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ຫວັງວ່າ, ໃນປີ 2018 ແລະຊຸມປີຕໍ່ໄປ, ກອງພົນນ້ອຍສື່ສານ 139 ຈະສືບຕໍ່ເສີມຂະຫຍາຍມູນເຊື້ອທະຫານສື່ສານວິລະຊົນ, ສືບທອດລຸ້ນພໍ່ຕໍ່ລຸ້ນອ້າຍ, ສາມັກຄີ, ອອກແຮງຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ເປັນເຈົ້າການນໍາໃຊ້ຍຸດທະພັນສື່ສານທັນສະໄໝ, ກໍ່ສ້າງກົມກອງໃຫ້ມີລະບຽບແບບແຜນ, ຍອດຢ້ຽມ ແລະທັນສະໄໝ; ກໍ່ສ້າງອົງການຈັດຕັ້ງພັກໃຫ້ປອດໃສເຂັ້ມແຂງ, ກົມກອງເຂັ້ມແຂງຮອບດ້ານ, ປະຕິບັດສໍາເລັດທຸກໜ້າທີ່ໄດ້ຮັບມອບໝາຍ.

 

ແປໂດຍ: ຮວ່າງເຈື່ອງ