ທີ່ການຕ້ອນຮັບ, ທ່ານພົນຕີ ເລຮ່ຽນເວີນ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງປະຊາຊົນ ແລະກອງທັບສະຫະພັນ ລັດເຊຍ ທີ່ສະຫງວນໃຫ້ປະຊາຊົນ ແລະກອງທັບ ຫວຽດນາມ ໃນການຕໍ່ສູ້ປົກປັກຮັກສາປະເທດຊາດໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານພົນຕີ ເລຮ່ຽນເວີນ ຕ້ອນຮັບທ່ານພົນໂທ Nicolai Petrovich. ພາບ: ຮວ່າງຫວູ.

ທ່ານ ພົນຕີ ເລຮ່ຽນເວີນ ເນັ້ນໜັກວ່າ, ກົມໃຫຍ່ການເມືອງຕີລາຄາສູງການເຮັດວຽກລະຫວ່າງກົມຈາລະກຳການທະຫານ-ອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ ກັບກົມປ້ອງກັນຄວາມສະຫງົບກອງທັບ-ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ເຊື່ອໝ້ັນວ່າສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບກອງທັບ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນຕີ ເລຮ່ຽນເວີນ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນໂທ Nicolai Petrovich. ພາບ:        ຮວ່າງຫວູ.

ທ່ານພົນໂທ Nicolai Petrovich ໃຫ້ຮູ້ວ່າ, ໃນການເຮັດວຽກກັບກົມປ້ອງກັນຄວາມສະຫງົບກອງທັບຫວຽດນາມ, ກົມຈາລະກຳການທະຫານ-ອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ ຢືນຢັນວ່າຈະໜູນຊ່ວຍ ຫວຽດນາມ ໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການຮ່ວມມືກັບກອງທັບຫວຽດນາມ ໃນບັນດາບັນຫາກ່ຽວກັບວິຊາການ ແລະວິຊາສະເພາະ...

 

ແປໂດຍ: ຮຸຍດົງ