leftcenterrightdel
ການນໍາເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຕ້ອນຮັບທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານ. ພາບ: ຈ້ອງຫາຍ.

ທີ່ການເຮັດວຽກ, ທ່ານພົນຕີ ເລຮຸຍວີ້ງ, ກໍາມະການສູນກາງພັກ, ຜູ້ບັນຊາການເຫຼົ່າທັບ ໄດ້ລາຍງານໃຫ້ທ່ານພົນເອກ ໂງຊວນລິກ, ຄະນະປະຕິບັດງານຮັບຊາບກ່ຽວກັບສະພາບການລວມ, ບາງໝາກຜົນພົ້ນເດັ່ນໃນການປະຕິບັດໜ້າທີ່ປີ 2017 ແລະ 3 ເດືອນຕົ້ນປີ 2018; ບັນດາໜ້າທີ່ຈຸດສຸມຂອງເຫຼົ່າທັບ ປີ 2018...

leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນສະຫຼຸບການເຮັດວຽກ. ພາບ: ຈ້ອງຫາຍ.

ທ່ານພົນເອກ ໂງຊວນລິກ ໄດ້ຮັບຮູ້ ແລະຍ້ອງຍໍບັນດາຜົນງານເຊິ່ງພະນັກງານ, ນັກຮົບເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ບັນລຸໄດ້ໃນໄລຍະຜ່ານມາ. ກໍານົດທິດທາງບັນດາໜ້າທີ່ຕົ້ນຕໍໃນໄລຍະຈະມາເຖິງ ເພື່ອໃຫ້ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ກ່ອນອື່ນໝົດ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສືບຕໍ່ເຮັດວຽກງານເສນາທິການຕໍ່ກະຊວງປ້ອງກັນປະເທດໃນການຄົ້ນຄວ້າຍຸດທະສາດປ້ອງກັນ, ຄຸ້ມຄອງ ແລະປົກປັກຮັກສາເຂດນ່ານຟ້າ, ເຂດນ່ານທະເລຂອງປະເທດຊາດໃນເງື່ອນໄຂໃໝ່ໄວ້ໃຫ້ໝັ້ນຄົງເປັນຢ່າງດີ.

leftcenterrightdel
ການນໍາກະຊວງປ້ອງກັນປະເທດ ຖ່າຍຮູບເປັນທີ່ລະນຶກກັບກອງບັນຊາການ ແລະຖັນແຖວການນໍາຫຼັກແຫຼ່ງຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ພາບ: ຈ້ອງຫາຍ.

ທ່ານພົນເອກ ໂງຊວນລິກ ຮຽກຮ້ອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ X, ບັນດາຄໍາສັ່ງແນະນຳ, ມະຕິຂອງຂັ້ນເທິງກ່ຽວກັບ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່” ຢ່າງເຂັ້ມງວດ ແລະມີປະສິດທິຜົນ. ສຸມໃສ່ປະຕິບັດວຽກງານສຶກສາອົບຮົມ, ໂຄສະນາການກໍານົດທິດດ້ານແນວຄິດໃຫ້ແກ່ທະຫານເປັນຢ່າງດີ, ຍົກສູງສະຕິລະວັງຕົວເປັນປະຈໍາ, ກຽມພ້ອມສູ້ຮົບສູງ...

ໃນວຽກງານຝຶກແອບຄວນສືບຕໍ່ຊາບຊຶມ, ປະຕິບັດມະຕິເລກທີ 765-NQ/QUTW ຂອງຄະນະພັກການທະຫານສູນກາງ “ກ່ຽວກັບການຍົກສູງຄຸນນະພາບການຝຶກແອບ ໄລຍະ 2013-2020 ແລະໃນຊຸມປີຕໍ່ໆໄປ” ເປັນຢ່າງດີ. ປະຕິບັດການຝຶກແອບຮອບດ້ານ, ເຕົ້າໂຮມ, ມີຈຸດສຸມ, ຖືເປັນສໍາຄັນການຝຶກແອບຄົບຊຸດ, ລົງເລິກ...

 

ແປໂດຍ: ກວຽດເຕີມ