ຜ່ານບັນດາບົດເພງມູນເຊື້ອ, ຕະຫຼອດຮອດບັນດາຊົ່ວໂມງທີ່ຮຽນການເມືອງ, ການທະຫານ, ວິຊາງົດງາມ... ເຂົາເຈົ້າຄ່ອຍໆປັບຕົວເຂົ້າກັບສະພາບແວດລ້ອມແຫ່ງດໍາລົງຊີວິດໃໝ່.

ຍາດເວລາພັກຜ່ອນ, ພົນທະຫານຊັ້ນ 2 ຫວູ້ຮວ່ຽນຈາງ ໄດ້ແບ່ງປັນວ່າ: ໄດ້ຮຽນບັນດາບົດຮຽນກ່ຽວກັບປະຫວັດສາດ, ມູນເຊື້ອອັນສະຫງ່າລາສີຂອງກອງທັບ, ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບພັນທະ, ຄວາມຮັບຜິດຊອບຂອງນັກຮົບໃນກອງທັບປະຊາຊົນຫວຽດນາມ.

leftcenterrightdel
ບັນດານັກຮົບຍິງໃໝ່ເບີກບານມ່ວນຊື່ນ, ເອກອ້າງທະນົງໃຈເມື່ອໄດ້ນຸ່ງຊຸດທະຫານ. ພາບ: ທູຮ່າ

ສໍາລັບພົນທະຫານຊັ້ນ 2 ໂດ໋ທິງອັກແອງ, ບ້ານເກີດຢູ່ແຂວງ ຮືງອຽນ ເຊິ່ງນີ້ແມ່ນເທື່ອທໍາອິດທີ່ລາວຮ້ອງ ແລະທ່ອງຫຼາຍບົດເພງກ່ຽວກັບກອງທັບ. ປະຈຸບັນ, ໃນສະພາບແວດລ້ອມໃໝ່, ງອັກແອງ ໄດ້ຄ່ອຍປັບຕົວເຂົ້າກັບລະບອບດໍາລົງຊີວິດ, ການຮໍ່າຮຽນ, ການຝຶກແອບຂອງກົມກອງເປັນຢ່າງດີ.

leftcenterrightdel
ບັນດາຊົ່ວໂມງຮຽນກ່ຽວກັບມູນເຊື້ອ ໄດ້ຊ່ວຍໃຫ້ບັນດານັກຮົບຍິງເຂົ້າອົກເຂົ້າໃຈກ່ຽວກັບພັນທະ ແລະຄວາມຮັບຜິດຊອບຂອງຊາວໜຸ່ມຕໍ່ປະເທດຊາດ. ພາບ: ທູຮ່າ

ນີ້ແມ່ນປີທໍາອິດທີ່ກອງພັນໃຫຍ່ 692 ຕາງໜ້າໃຫ້ບັນດາແຂວງພາກເໜືອ, ຮັບເອົາການຝຶກແອບໃໝ່ໃຫ້ນັກຮົບທີ່ເປັນເພດຍິງ. ທ່ານພັນເອກ ຫງວຽນດິ່ງທ້າວ, ຫົວໜ້າກອງພັນໃຫຍ່ 692, ກອງພົນ 301, ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ໃຫ້ຮູ້ວ່າ: ກົມກອງໄດ້ສະເໜີຕໍ່ຂັ້ນເທິງເພີ່ມພະນັກງານທີ່ມາຈາກບັນດາເມືອງ ແລະກອງພົນ 41 ຄົນຢ່າງທັນການ, ບູລະນະຂອບຝຶກແອບນັກຮົບໃໝ່ຖືກຕ້ອງຕາມການກໍານົດ. “ພວກເຮົາໄດ້ເປັນເຈົ້າການກໍາແໜ້ນແນວຄິດຈິດໃຈຂອງນັກຮົບໃໝ່, ພິເສດແມ່ນກໍລະນີຄອບຄົວປະສົບກັບຄວາມຫຍຸ້ງຍາກ, ລູກຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍ... ລະດົມກໍາລັງໃຈນັກຮົບໃໝ່ໃຫ້ມີຄວາມອຸ່ນອ່ຽນໃຈປະຕິບັດວຽກງານຢ່າງທັນການ. ກະກຽມໃຫ້ການຝຶກແອບນັກຮົບໃໝ່ປີນີ້, ກອງພັນໃຫຍ່ 692 ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ປັບປຸງບ່ອນກິນ, ບ່ອນນອນກ່ອນທີ່ຈະຮັບເອົານັກຮົບ; ຮັບປະກັນ 100% ຕຽງນອນ, ເສື່ອ, ເຄື່ອງນຸ່ງທະຫານໃຫ້ນັກຮົບຢ່າງຄົບຖ້ວນ....

ເປັນຜູ້ຄຸ້ມຄອງ, ຝຶກແອບນັບຮົບຍິງໃໝ່ໂດຍກົງ, ທ່ານຮ້ອຍຕີ ກ່ຽວແມ້ງເຈື່ອງ, ຫົວໜ້າໝວດທະຫານລາບ 1 ແບ່ງປັນວ່າ: ລະດັບການສຶກສາຂອງບັນດານັກຮົບຍິງໃໝ່ແມ່ນສະເໝີກັນພໍສົມຄວນ, ນັກຮົບຍິງໃໝ່ມີລະດັບການສຶກສາຊັ້ນກາງ, ວິທະຍາໄລ ແລະມາຫາວິທະຍາໄລ ກວ່າ 94%, ໃນນັ້ນກວ່າ 9% ແມ່ນສະມາຊິກພັກ, ສະນັ້ນສ້າງຄວາມສະດວກຫຼາຍຢ່າງໃນການຝຶກແອບ...

leftcenterrightdel
 
leftcenterrightdel
ເປັນເພດທີ່ອ່ອນແອແຕ່ບັນດາຈັງຫວະທີ່ປະຕິບັດວິຊາງົດງາມພັດຂາດຂັ້ນ ແລະແຂງແຮງ. ພາບ: ທູຮ່າ

ສະໝັກໃຈເຂົ້າໃນສະພາບແວດລ້ອມກອງທັບຈາກຮູບພາບບັນດາທະຫານລຸງ ໂຮ່ ທີ່ຮັກແພງຊ່ວຍປະຊາຊົນໃນພາຍຸ ນໍ້າຖ້ວມ, ພົນທະຫານຊັ້ນ 2 ຫວໍ້ທິຖັ໋ມ, ບ້ານເກີດຢູ່ແຂວງ ກວາງຈິ ໄດ້ເລົ່າໃຫ້ຟັງດ້ວຍຄວາມພາກພູມໃຈວ່າ: ນັບແຕ່ວັນທີ່ທະຫານຊ່ວຍພໍ່ແມ່ປະຊາຊົນພາກກາງ ຜ່ານຜ່າພາຍຸ ນໍ້າຖ້ວມ, ນ້ອງເຫັນວ່າຮູບພາບບັນດາທະຫານລຸງ ໂຮ່ ແມ່ນໜ້າຮັັກທີ່ສຸດ, ຈາກພາບນັ້ນນ້ອງຈຶ່ງຢາກເຂົ້າຮ່ວມສະພາບແວດລ້ອມຂອງກອງທັບ ເພື່ອຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ແລະອຸທິດຕົນ.

ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພົນທະຫານຊັ້ນ 2 ເລທິເຟືອງແອງ, ບ້ານເກີດຢູ່ຮ່າໂນ້ຍ ໄດ້ແບ່ງປັນຄວາມໃນໃຈວ່າ: ຂ້າພະເຈົ້າ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງດ້ານກໍາລັງກາຍ ແລະການປ່ຽນແປງຂອງດິນຟ້າອາກາດ ແຕ່ຍ້ອນມີຄວາມເອົາໃຈໃສ່, ລະດົມກໍາລັງໃຈ, ຊ່ວຍເຫຼືອຂອງພະນັກງານທຸກຂັ້ນ ແລະເພື່ອນຮ່ວມກົມ​ກອງ, ຂ້າພະເຈົ້າຈຶ່ງຜ່ານຜ່າບັນດາສິ່ງທ້າທາຍທໍາອິດນີ້ໄດ້, ສິ່ງນັ້ນໄດ້ຊ່ວຍຂ້າພະເຈົ້າເຕີບໃຫຍ່.

leftcenterrightdel
   ເຂົາເຈົ້າຄ່ອຍໆລື້ງກັບສະພາບແວດລ້ອມແຫ່ງການຮໍ່າຮຽນ ແລະຝຶກແອບໃໝ່. ພາບ: ທູຮ່າ

leftcenterrightdel
            ບັນດານັກຮົບຍິງບໍ່ລືມເຮັດສວຍເຮັດງາມໃນເວລາທີ່ພັກຜ່ອນ. ພາບ: ທູຮ່າ

ເຊິ່ງມາຈາກບັນດາແຂວງຕ່າງກັນ, ດ້ວຍບັນດາສະພາບ ແລະວັດທະນະທໍາທີ່ແຕກຕ່າງກັນ ແຕ່ບັນດານັກຮົບຍິງໃໝ່ໄດ້ລື້ງເຄີຍ ແລະປະຕິບັດບັນດາຂໍ້ກໍານົດ, ລະບຽບວິໄນຂອງກົມກອງ ແລະກອງທັບເປັນຢ່າງດີ. ພວກເຮົາເຊື່ອໝັ້ນວ່າ, ດ້ວຍຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກຂອງການນໍາ, ຜູ້ບັນຊາການທຸກຂັ້ນ ຈະຊ່ວຍໃຫ້ບັນດານັກຮົບຍິງຜ່ານຜ່າຄວາມຫຍຸ້ງຍາກ, ສູ້ຊົນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມເປັນຢ່າງດີ ເພື່ອປະຕິບັດຄວາມໃຝ່ຝັນຂອງຕົນໃນສະພາບແວດລ້ອມຂອງກອງທັບ.

 

ແປໂດຍ: ຫງວຽນກຸກ