ທ່ານພົນໂທ ເລືອງເກື່ອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເປັນປະທານການພົບປະ.

ທີ່ການພົບປະ, ທ່ານພັນເອກ ດິງກ໋ວກຮຸ່ງ, ຫົວໜ້າຄະນະຊາວໜຸ່ມກອງທັບ, ຮອງປະທານຜູ້ປະຈໍາການສະພາເລືອກເຟັ້ນນັກຮົບໜຸ່ມທີ່ດີເດັ່ນໃນທົ່ວກອງທັບ, ລາຍງານບັນດາຜົນງານພົ້ນເດັ່ນໃນວຽກງານຄະນະຊາວໜຸ່ມ ແລະຂະບວນການຊາວໜຸ່ມກອງທັບໃນຊຸມປີຜ່ານມາ. ຈາກບັນດາຂະບວນການເຄື່ອນໄຫວປະຕິວັດຂອງຊາວໜຸ່ມກອງທັບໄດ້ປະກົດມີຫຼາຍໝູ່ຄະນະ ແລະບຸກຄົນດີເດັ່ນ-ບັນດາແບບຢ່າງໃສແຈ້ງໃນທຸກຂົງເຂດເຝິກອົບຮົມ, ກຽມພ້ອມສູ້ຮົບ, ຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ, ກິລາ-ກາຍຍະກໍາ, ການອອກແຮງງານທຳການຜະລິດ, ວັດທະນະທໍາສິລະປະ.

ສະພາຄັດເລືອກໄດ້ເຈລະຈາ, ໄຈ້ແຍກ, ຕີລາຄາ ແລະປ່ອນບັດເລືອກເຟັ້ນນັກຮົບໜຸ່ມທີ່ດີເດັ່ນ 10 ຄົນ ແລະນັກຮົບໜຸ່ມທີ່ມີແງ່ຫວັງ 12 ຄົນໃນທົ່ວກອງທັບດ້ວຍບັດສະໜັບສະໜູນກວມຈໍານວນສ່ວນຫຼາຍ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ມອບຂໍ້ຕົກລົງປະດັບຍົດ, ເລື່ອນຊັ້ນກ່ອນເວລາກຳນົດໃຫ້ບັນດານັກຮົບໜຸ່ມທີ່ດີເດັ່ນໃນທົ່ວກອງທັບປີ 2017. ພາບ: ຟູເຊີນ.

ພາຍຫຼັງຮັບຟັງບົດລາຍງານ, ທ່ານພົນໂທ ເລືອງເກື່ອງ ຍ້ອງຍໍສັນລະເສີນ, ຮັບຮູ້, ແລະອວຍພອນບັນດາຜົນງານທີ່ໄວໜຸ່ມກອງທັບເວົ້າລວມ, ນັກຮົບໜຸ່ມທີ່ດີເດັ່ນ, ນັກຮົບໜຸ່ມຜູ້ທີ່ມີແງ່ຫວັງ 22 ຄົນໃນທົ່ວກອງທັບເວົ້າສະເພາະບັນລຸໄດ້. ທ່ານເນັ້ນໜັກວ່າ; ໂດຍແມ່ນກໍາລັງທີ່ກວມຈໍານວນຫຼາຍ, ໃນບັນດາອົງການ, ກົມກອງ, ໂຮງຮຽນໃນທົ່ວກອງທັບ, ສະມາຊິກຊາວໜຸ່ມ, ຊາວໜຸ່ມກອງທັບທີ່ມີບົດບາດສໍາຄັນທີ່ສຸດ; ເປັນກໍາລັງແກ່ນສານ, ປະຈັນບານ, ມີຫົວຄິດປະດິດສ້າງນໍາໜ້າໃນບັນດາໜ້າທີ່ການເມືອງ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ໂອ້ລົມກັບບັນດາຜູ້ແທນ, ບັນດານັກຮົບໜຸ່ມທີ່ດີເດັ່ນ ແລະນັກຮົບໜຸ່ມຜູ້ທີ່ມີແງ່ຫວັງໃນທົ່ວກອງທັບປີ 2017. ພາບ: ຟູເຊີນ.

ສໍາລັບບັນດານັກຮົບໜຸ່ມທີ່ດີເດັ່ນ, ນັກຮົບໜຸ່ມທີ່ມີແງ່ຫວັງໃນທົ່ວກອງທັບປີ 2017, ທ່ານພົນໂທ ເລືອງເກື່ອງ ປາດຖະໜາວ່າບັນດາສະຫາຍສືບຕໍ່ສູ້ຊົນ, ອຸດທິດຫຼາຍກວ່າອີກ ແລະຮັກສາບົດບາດເປັນແກ່ນສານຫຼັກແຫຼ່ງ, ເປັນແບບຢ່າງໃສແຈ້ງໃນການປະຕິບັດບັນດາຂະບວນການເຄື່ອນໄຫວປະຕິບັດຂອງໄວໜຸ່ມ, ສ້າງກໍາລັງແຜ່ກະຈາຍຢ່າງກວ້າງຂວາງເຖິງໄວໜຸ່ມໃນທົ່ວກອງທັບ.

ທ່ານພົນໂທ ເລືອງເກື່ອງ ຢືນຢັນວ່າ, ຄະນະປະຈຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການນໍາກົມໃຫຍ່ການເມືອງຈະສືບຕໍ່ຊີ້ນໍາ, ນໍາພາຄະນະພັກ, ຜູ້ບັນຊາການ ແລະອົງການກ່ຽວຂ້ອງເອົາໃຈໃສ່ໃນການຊີ້ນຳ, ນໍາພາວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີລັກສະນະໝັ້ນຄົງ; ສ້າງເງື່ອນໄຂສະດວກ ເພື່ອໃຫ້ໄວໜຸ່ມກອງທັບອຸດທິດຄວາມສາມາດ; ຜ່ານນັ້ນ, ຄົ້ນພົບ, ບໍາລຸງສ້າງ ແລະຂະຫຍາຍບັນດາປັດໃຈໃໝ່, ແບບຢ່າງດີເດັ່ນກ້າວໜ້າດ້ວຍບັນດາຜົນງານ, ຈຸດສູງໃໝ່...

 

ແປໂດຍ: ກວຽດເຕີມ