ພ້ອມກັບວຽກງານສະກັດກັ້ນ-ຕ້ານອາດຊະຍາກໍາ, ຮັກສາຄວາມສະຫງົບຢູ່ບໍລິເວນແລ້ວ, ໃນຊຸມປີຜ່ານມາກໍາລັງຕໍາຫຼວດນະຄອນ ໂຮ່ຈິມິນ ໄດ້ນໍາໜ້າໃນຫຼາຍຂະບວນການ, ວຽກງານທີ່ມຸ່ງໄປເຖິງປະຊາຄົມ, ສ້າງຮູບພາບນັກຮົບຕໍາຫຼວດປະຊາຊົນສຸດຈິດສຸດໃຈເພື່ອປະຊາຊົນ, ສຸດຈາລິດ, ສຸດກຳລັງກັບໜ້າທີ່, ປະຕິບັດຕາມຄໍາສັ່ງສອນຂອງ ລຸງໂຮ່. ເນື່ອງໃນໂອກາດນີ້, ບັນດາກົມກອງສັງກັດຕໍາຫຼວດປະຊາຊົນນະຄອນ ໂຮ່ຈິມິນ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆທີ່ເຕັມໄປດ້ວຍອາລົມຈິດຄື: ລາຍການບໍລິຈາກເລືອດມະນຸດສະທຳ, ມອບເຮືອນແຫ່ງສາຍຈິດມິດໃຈ, ເຮືອນແຫ່ງອາລົມຈິດເພື່ອນຮ່ວມກອງ; ກໍ່ສ້າງທາງຄົມມະນາຄົມຢູ່ເຂດຊົນນະບົດ, ເບິ່ງແຍງດູແລເຖິງຄອບຄົວຜູ້ມີຄຸນງາມຄວາມດີ, ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ຄອບຄົວທຸກຍາກ... ບັນດາລາຍການເຄື່ອນໄຫວດ້ວຍຄວາມເມດຕາຂອງພະນັກງານ, ນັກຮົບຕໍາຫຼວດໄດ້ປະກອບສ່ວນສ້າງຄວາມອົບອຸ່ນ, ຄວາມຮັບແພງໃຫ້ປະຊາຊົນນະຄອນ.

leftcenterrightdel
ນັກຮົບຕໍາຫຼວດປະຊາຊົນມອບຂອງຂວັນ, ໜູນຊ່ວຍຄົນທຸກຍາກຢູ່ເມືອງ ກູຈີ. ພາບ: ມິງແອງ.
leftcenterrightdel
ສະມາຊິກຊາວໜຸ່ມ, ຊາວໜຸ່ມຕໍາຫຼວດນະຄອນ ໂຮ່ຈິມິນ ເຂົ້າຮ່ວມການບໍລິຈາກເລືອດມະນຸດສະທໍາ. ພາບ: ມິງແອງ.
leftcenterrightdel
ກໍາລັງຕໍາຫຼວດຈະລາຈອນເຂົ້າຮ່ວມກໍ່ສ້າງ, ສ້ອມແປງຂົວທາງຄົມມະນາຄົມຢູ່ເຂດຊົນນະບົດທີ່ເມືອງ ເກີນເຢີ. ພາບ: ມິງແອງ.
leftcenterrightdel
ຕໍາຫຼວດນະຄອນ ໂຮ່ຈິມິນ ຈັດຕັ້ງການກວດພະຍາດຢູ່ເຮືອນໃຫ້ເປົ້າໝາຍນະໂຍບາຍ. ພາບ: ມິງແອງ.
leftcenterrightdel
ຕໍາຫຼວດນະຄອນ ໂຮ່ຈິມິນ ຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ຄອບຄົວທຸກຍາກ. ພາບ: ມິງແອງ.

ແປໂດຍ: ເກື່ອງດັ້ງ